ນັບແຕ່ວັນທີ 2 ກຸມພາ, ບັນດາຂໍ້ກຳນົດທຳອິດຂອງກົດໝາຍວ່າດ້ວຍປັນຍາປະດິດ (AI Act) ຂອງ ສະຫະພາບເອີຣົບ (EU) ມີຜົນສັກສິດຢ່າງເປັນທາງການ, ສ້າງບາດລ້ຽວສຳຄັນໃນການຄຸ້ມຄອງ ແລະ ກຳນົດທິດອະນາຄົດຂອງຂະແໜງອຸດສາຫະກຳ AI.

ບັນດາຂໍ້ກຳນົດທຳອິດທີ່ໄດ້ໝູນໃຊ້ນັ້ນ ລວມມີ ນິຍາມກ່ຽວກັບລະບົບ AI, ຍົກສູງຄວາມຮັບຮູ້ກ່ຽວກັບ AI ແລະ ບາງກໍລະນີນຳໃຊ້ AI ຖືກຫ້າມ ຍ້ອນຄວາມສ່ຽງຊ້ອນແຝງ ບໍ່ອາດຍອມຮັບໄດ້ໃນ EU. ສິ່ງດັ່ງກ່າວ ໄດ້ວາງພື້ນຖານໃຫ້ແກ່ກອບນິຕິກຳທີ່ຮອບດ້ານ, ເພື່ອແນໃສ່ຮັບປະກັນການພັດທະນາ ແລະ ການໝູນໃຊ້ AI ຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ.