ລາຍການສະແດງສິລະປະ “ບົດເພງອຳມະຕະ” (ພາບ: TTXVN)

ນີ້ແມ່ນເຫດການໜຶ່ງໃນບັນດາກິດຈະກຳອາໄລຫາ, ຕອບບຸນແທນຄຸນ ປີ 2024 ແລະ ສະເຫຼີມສະຫຼອງວັນເຊັນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ ທີ່ແຂວງ ກວ໋າງຈິ ຄົບຮອບ 70 ປີ (1954 – 2024). ພ້ອມດຽວກັນນັ້ນ, ກໍແມ່ນໜຶ່ງໃນບັນດາກິດຈະກຳທີ່ພິເສດ ແລະ ມີຄວາມໝາຍໃນຂອບເຂດລາຍການ “ຄວາມຝັນສັນຕິພາບ” ຂອງງານບຸນເພື່ອສັນຕິພາບ ປີ 2024 ໂດຍແຂວງ ກວ໋າງຈິ ຈັດຂຶ້ນເປັນຄັ້ງທຳອິດ.

ລາຍການດັ່ງກ່າວກໍວາດພາບຄືນໄລຍະຕໍ່ສູ້ຢ່າງອົງອາດກ້າຫານ, ເສຍສະຫຼະເພື່ອເອກະລາດ, ເສລີພາບຂອງຊາດຂອງຄົນລຸ້ນພໍ່ລຸ້ນອ້າຍ ກໍຄືສ່ອງແສງໃຫ້ເຫັນເຖິງຄວາມມານະພະຍາຍາມຂອງລຸ້ນຄົນປັດຈຸບັນ ທີ່ພວມຮ່ວມແຮງຮ່ວມໃຈສ້າງບ້ານເກີດເມືອງນອນໃນການພັດທະນາລວມຂອງປະເທດຊາດ ດ້ວຍຄວາມເອກອ້າງທະນົງໃຈຕໍ່ປະຫວັດສາດ ແລະ ມຸ່ງໄປເຖິງອະນາຄົດ.