ຕາມທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ແລ້ວ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ນຳໜ້າ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມີການປະກອບສ່ວນອັນແທດຈິງຫຼາຍຢ່າງເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສະມັດຊາໃຫຍ່ IPU – 152. ໃນວາລະປຶກສາຫາລືລວມ, ທ່ານປະທານສະພາແຫ່ງຊາດ ໄດ້ຍົກອອກ 03 ຂໍ້ສະເໜີແນະ ເພື່ອຍົກລະດັບຍຸດທະສາດໃນການຮ່ວມມືລະຫວ່າງບັນດາລັດຖະສະພາ, ລວມມີ: ຊຸກຍູ້ການສົນທະນາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ; ສ້າງບັນດາກອບນິຕິກຳ ແລະ ຕິດຕາມກວດກາເລື່ອງຜັນຂະຫຍາຍບັນດາຄຳໝັ້ນສັນຍາສາກົນ; ແລະ ຮັບປະກັນການປະຕິບກົດໝາຍຢ່າງຍຸຕິທຳ, ສະເໝີພາບ. ຄະນະຜູ້ແທນ ຫວຽດນາມ ກໍໄດ້ເຂົ້າຮ່ວມບັນດາວາລະປະຊຸມຂອງສະພາບໍລິຫານ IPU ຢ່າງຕັ້ງໜ້າ, ຫວຽດນາມ ໄດ້ຮັບໜ້າທີ່ປະທານກຸ່ມ ອາຊຽນ + 3 ໃນກອງປະຊຸມສະມັດຊາໃຫຍ່ IPU 153 ຈະມາເຖິງອີກດ້ວຍ.
ຕາມທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງແລ້ວ, ການປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ອີຕາລີ ແລະ ຕວັກກີ ຄັ້ງນີ້ ໄດ້ຊຸກຍູ້ສາຍພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດ. ອີຕາລີ ໄດ້ຢັ້ງຢືນຄືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຫຼາຍກຳລັງຄວາມສາມາດຮ່ວມມື, ພ້ອມທັງໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງ, ສະໜັບສະໜູນ ຫວຽດນາມ ໃນການເພີ່ມທະວີສາຍພົວພັນກັບ ສະຫະພາບເອີຣົບ; ໃນຂະນະນັ້ນ ຕວັກກີ ກໍໄດ້ສະແດງຄວາມປາດຖະໜາຢາກຍົກລະດັບສາຍພົວພັນສອງຝ່າຍ, ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີ - ປາຊີຟິກ.
