ລາຍການສະແດງສິລະປະເຊື່ອໝັ້ນຕໍ່ພັກຕະຫຼອດໄປ (ພາບ: qdnd.vn)

ລາຍການດັ່ງກ່າວໂດຍຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ, ຄະນະບັນນາທິການວາລະສານຄອມມູນິດ, ສະຖານີໂທລະພາບ ແຫ່ງຊາດ ຫວຽດນາມ, ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ ໄດ້ສົມທົບກັນຈັດຂຶ້ນ, ເພື່ອແນໃສ່ສະເຫຼີມສະຫຼອງ 95 ປີ ແຫ່ງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 – 3 ກຸມພາ 2025). ລາຍການດັ່ງກ່າວ ໄດ້ຮັບການລົງທຶນກຳລັງເຫື່ອແຮງເປັນຈຳນວນຫຼາຍ ແລະ ມີປະດິດຄິດສ້າງ. ເມື່ອຮັບຊົມລາຍການທີ່ເຕັມໄປດ້ວຍອາລົມຈິດນີ້, ພະນັກງານ, ສະມາຊິກພັກຫຼາຍຄົນ ໄດ້ສະແດງຄວາມຮູ້ສຶກວ່າ:

“ສັງກາດບຸກບືນແມ່ນສັງກາດຕ້ອງປະຕິບັດສຳເລັດບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດ ຫວຽດນາມ ໄດ້ວາງອອກ. ສຳຄັນທີ່ສຸດແມ່ນຂ້ຽວຂາດຊີ້ນຳປະຕິບັດ ຄືກັນກັບຄວາມຂ້ຽວຂາດໃນການຊີ້ນຳປະຕິບັດການສັບຊ້ອນກົງຈັກການຈັດຕັ້ງການເມືອງໃຫ້ “ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ”. ວຽກງານການຈັດຕັ້ງປະຕິບັດ ແມ່ນວຽກງານສຳຄັນ. ມີແຜນນະໂຍບາຍແລ້ວ, ແຕ່ບັນຫາສຳຄັນທີ່ສຸດແມ່ນການຈັດຕັ້ງປະຕິບັດຄືແນວໃດ, ພິເສດແມ່ນມີຄວາມຕັດສິນໃຈດ້ານການເມືອງສູງ, ຊີ້ນຳຢ່າງຂ້ຽວຂາດ, ໃກ້ຊິດຕິດແທດກັບສະພາບການຕົວຈິງ. ນັ້ນແມ່ນເສັ້ນທາງທີ່ພວກເຮົາຕ້ອງກ້າວເດີນ”.

“ໃນການບືນຕົວຂຶ້ນຂອງຊາດ, ຂອງປະເທດຊາດຄືແນວນັ້ນ, ສິ່ງສຳຄັນທີ່ສຸດແມ່ນ: ຊາດບືນຕົວຂຶ້ນ, ປະຊາຊົນທຸກຄົນກໍຕ້ອງບືນຕົວຂຶ້ນ, ໂດຍສະເພາະແມ່ນສະມາຊິກພັກ ແລະ ຜູ້ເປັນການນຳຕ້ອງເປັນແບບຢ່າງນຳໜ້າ. ເນື່ອງຈາກນັ້ນ ຈະກາຍເປັນກຳລັງໜູນ, ກາຍເປັນແຫຼ່ງກຳລັງເພື່ອໃຫ້ທັງຊາດບືນຕົວຂຶ້ນ.”