ພາບປະກອບ: Reuters |
ວັນທີ 21 ພະຈິກ, ກ່າວຄຳເຫັນໃນຊ່ອງໂທລະພາບແຫ່ງຊາດ ລັດເຊຍ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ ກຳລັງປະກອບອາວຸດຂອງປະເທດນີ້ ໄດ້ນຳໃຊ້ Oreshnik, ລູກສອນໄຟນຳວິຖີລະດັບກາງ ດ້ວຍວັດຖຸອຸປະກອນເໜືອສຽງ ບໍ່ມີຫົວລູກນິວເຄຼຍ, ເພື່ອປະຕິບັດການບຸກໂຈມຕີໂຮງງານ Yuzhmash, ໜຶ່ງໃນບັນດາຮາກຖານຜະລິດເຕັກໂນໂລຢີລູກສອນໄຟ ແລະ ອາວຸດຫຼາຍຊະນິດຂອງ ຢູແກຼນ. ຕາມການນຳ ລັດເຊຍແລ້ວ, ການຕັດສິນໃຈຍິງລູກສອນໄຟ Oreshnik ແມ່ນເພື່ອແນໃສ່ໂຕ້ຕອບບັນດາການກະທຳຂອງ ບັນດາປະເທດສະມາຊິກ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຕໍ່ມົດສະກູ. ທ່ານປະທານາທາບໍດີ Putin ຕີລາຄາວ່າການບຸກໂຈມຕີໄດ້ປະຕິບັດສຳເລັດ, ພ້ອມທັງໃຫ້ຮູ້ວ່າ ລູກສອນໄຟ Oreshnik ໄດ້ບຸກໂຈມຕີເຂົ້າເປົ້າໝາຍດ້ວຍຄວາມໄວປະມານ 2,5 – 3ກີໂລແມັດ/ວິນາທີ. ປັດຈຸບັນ, ບໍ່ມີພາຫະນະໃດສາມາດຮັບມືກັບອາວຸດຊະນິດນີ້ໄດ້.

