ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: Reuters) |
ຖະແຫຼງການຂອງທ່ານ Dmitry Peskov ໄດ້ຍົກອອກມາ ເພື່ອແນໃສ່ແຈ້ງຕອບຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບເລື່ອງ ອາເມລິກາ ພວມດຳເນີນການເຈລະຈາທີ່ມີລັກສະນະສ້າງສັນກັບ ລັດເຊຍ ແລະ ຢູແກຼນ. ທ່ານ Dmitry Peskov ກໍເນັ້ນໜັກວ່າ ການເຈລະຈາສັນຕິພາບ ແມ່ນຂຶ້ນກັບ ຢູແກຼນ. ລັດເຊຍ ຍັງຮັກສາຫຼັກໝັ້ນກຽມພ້ອມເຈລະຈາ.
ກ່ຽວຂ້ອງເຖິງທັດສະນະຂອງ ລັດເຊຍ ກ່ຽວກັບມາດຕະການສັນຕິພາບ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເຄີຍຍົກອອກຂໍ້ສະເໜີຫຼາຍຢ່າງ ເພື່ອແນໃສ່ແກ້ໄຂການປະທະກັນ ຢູແກຼນ ຜ່ານການເຈລະຈາ. ຕາມນັ້ນແລ້ວ, ລັດເຊຍ ຈະຢຸດຍິງໃນທັນທີ ແລະ ເຂົ້າຮ່ວມການເຈລະຈາ ດ້ວຍເງື່ອນໄຂ, ນັ້ນແມ່ນ, ຢູແກຼນ ຖະແຫຼງຍົກເລີກແນວຄິດເຂົ້າຮ່ວມອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢ່າງເປັນທາງການ; ກອງທັບ ຢູແກຼນ ຖອນຕົວອອກຈາກເຂດຫາກໍ່ໂຮມເຂົ້າ ລັດເຊຍ; ຢູແກຼນ ປະຕິບັດການປອດການຫັນເປັນການທະຫານ ແລະ ສຸດທ້າຍແມ່ນ, ຢູແກຼນ ຍອມຮັບຂໍ້ຕົກລົງກົດລະບຽບເປັນກາງ, ບໍ່ຮ່ວມສຳພັນການທະຫານ ແລະ ປອດນິວເຄຼຍ.
ທູຮ່າ, ນັກຂ່າວ VOV ປະຈຳ ລັດເຊຍ

