ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ, Sergey Lavrov ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio (ພາບ: ກະຊວງການຕ່າງປະເທດ ລັດເຊຍ) |
ຕາມແຈ້ງການຂອງກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ການໂອ້ລົມທາງໂທລະສັບໄດ້ດຳເນີນຕາມຂໍ້ລິເລີ່ມຂອງຝ່າຍ ອາເມລິກາ ໄດ້ດຳເນີນພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ລັດເຊຍ, Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ, Donald Trump ໃນວັນທີ 12 ກຸມພາ.
ໃນການໂອ້ລົມທາງໂທລະສັບ, ລັດຖະມົນຕີການຕ່າງປະເທດ 2 ທ່ານ ໄດ້ເຫັນດີຮັກສາຊ່ອງທາງຕິດຕໍ່ພົວພັນເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ລັດເຊຍ - ອາເມລິກາ ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ໃນການພົວພັນລະຫວ່າງສອງປະເທດ, ພິເສດແມ່ນໃນການຮ່ວມມືທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ. ສອງຝ່າຍສະແດງຄວາມປາດຖະໜາ ກ່ຽວກັບບັນດາບັນຫາສາກົນທີ່ຕ້ອງແກ້ໄຂຢ່າງຮີບດ່ວນ, ລວມມທັງການແກ້ໄຂສະພາບການຢູ່ ຢູແກຼນ, ບັນຫາ ປາແລັດສະຕິນ, ກໍຄືສະພາບການລວມຢູ່ຕາເວັນອອກກາງ ແລະ ບັນດາພາກພື້ນອື່ນ.
ລັດຖະມົນຕີການຕ່າງປະເທດສອງທ່ານ ກໍໄດ້ປຶກສາຫາລືກ່ຽວກັບບັນດາວິທີການທີ່ມີຄວາມເປັນໄປໄດ້ ແນໃສ່ຢຸດຕິນະໂຍບາຍຮັດແໜ້ນເງື່ອນໄຂການເຄື່ອນໄຫວຂອງບັນດາອົງການການຕ່າງປະເທດ ລັດເຊຍ ປະຈໍາ ອາເມລິກາ, ເຊິ່ງອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີ ອາເມລິກາ Barack Obama ໄດ້ລິເລີ່ມໃນປີ 2016, ໄດ້ພາໄປເຖິງການຈັດວາງບັນດາມາດຕະການໂຕ້ຕອບຈາກຝ່າຍ ລັດເຊຍ.
ນັກຂ່າວ VOV ປະຈຳ ລັດເຊຍ

