ວັນທີ 20 ມັງກອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫລງວ່າ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາກັບອຳນາດການປົກຄອງໃຫມ່ ຂອງ ອາເມລິກາ ກ່ຽວກັບການປະທະກັນຢູ່ ຢູແກຼນ. ຕາມທ່ານປະທານາທິບໍດີ Putin ແລ້ວ, ລັດເຊຍ ບໍ່ປະຕິເສດການເຈລະຈາຈັກເທື່ອ ແລະ ຍາມໃດກໍ່ພ້ອມແລ້ວທີ່ຈະຮັກສາການພົວພັນຮ່ວມມືກັບບໍ່ວ່າອຳນາດການປົກຄອງ ໃດຂອງ ອາເມລິກາ. ເຖິງຢ່າງໃດກໍຕາມ, ການເຈລະຈາຄວນໄດ້ສ້າງຂຶ້ນບົນພື້ນຖານສະເຫມີພາບ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ເພື່ອເພີ່ມທະວີສະຖຽນລະພາບດ້ານຍຸດທະສາດ ແລະ ຄວາມໝັ້ນຄົງບົນເວທີສາກົນ.

ສຳລັບການປະທະກັນ ຢູ່ ຢູແກຼນ, ທ່ານປະທານາທິບໍດີ Putin ຢືນຢັນ: ສິ່ງສຳຄັນທີ່ສຸດ ນັ້ນແມ່ນຕ້ອງລົບລ້າງກົກປາຍສາຍເຫດຂອງການປະທະກັນ. ເປົ້າໝາຍການເຈລະຈາ, ໂອ້ລົມສົນທະນາຂອງລັດເຊຍ ບໍ່ແມ່ນສັນຍາຢຸດຍິງໄລຍະສັ້ນ ຫາກຕ້ອງແມ່ນ “ສັນຕິພາບຍາວນານໂດຍອີງໃສ່ຄວາມເຄົາລົບນັບຖືຜົນປະໂຫຍດທ່ີຖືກຕ້ອງກັບກົດໝາຍຂອງປະຊາຊົນ ແລະ ບັນດາປະເທດໃນພາກພື້ນ”