ລູກສອນໄຟຂອງກອງທັບ ອາເມລິກາ. (ພາບ: ເອກະສານ: The Moscow Times/TTXV)

ວັນທີ 24 ມັງກອນ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ເຂົ້າຮ່ວມການຖະແຫລງຂ່າວທ້າຍສັບປະດາ ເພື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບການພົວພັນກັບ ອາເມລິກາ ແລະ ການປະທະກັນ ຢູແກຼນ. ເມື່ອຕອບຄຳຖາມກ່ຽວກັບບົດກ່າວປາໄສຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ໄດ້ເວົ້າວ່າ: ວໍຊິງຕັນ ຢາກປຶກສາຫາລືກັບ ມົດສະກູ ແລະດຳເນີນການຫລຸດຜ່ອນອາວຸດນິວເຄຼຍ ແຕ່ຕ້ອງຄິດໄລ່ເຖິງຄວາມສາມາດບົ່ມຊ້ອນດ້ານອາວຸດ ນິວເຄຼຍ ຂອງບັນດາປະເທດພັນທະມິດກັບ ອາເມລິກາ ນັ້ນແມ່ນ ອັງກິດ ແລະ ຝລັ່ງ. ທ່ານ Peskov ເນັ້ນຫນັກວ່າ ປະທານາທິບໍດີ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາກັບຄູ່ຕຳແຫນ່ງ ອາເມລິກາ ແລະ ວັງ Kremlin ພວມລໍຄອຍສັນຍານຈາກ ທຳນຽບຂາວ.

ໃນວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Alexander Grushko ໃຫ້ຮູ້ວ່າ: ລັດເຊຍ ຈະຮຽກຮ້ອງຕ້ອງມີການຮັບປະກັນອັນໝັ້ນແກ່ນຕໍ່ເລື່ອງບໍ່ອະນຸຍາດໃຫ້ຢູແກຼນ ເຂົ້າເປັນສະມາຊິກ NATO ຫລື ສ້າງຕັ້ງກົນໄກຄວາມໝັ້ນຄົງໃຫມ່ໃຫ້ກວ້າງກວ່າ.