ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio
(ພາບ: NBC News)

ວັນທີ 01 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ເລີ່ມຕົ້ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດເປັນຄັ້ງທຳອິດເຖິງ 5 ປະເທດ ອາເມລິກາ ລາຕິງ. ໃນການເດີນທາງຢ້ຽມຢາມຮອດວັນທີ 06 ກຸມພາ, ທ່ານ Marco Rubio ຈະຢ້ຽມຢາມບັນດາປະເທດ, ຄື: ປານາມາ, ແອນຊານວາດໍ, ກຣົວຊີ, ກົວຕາມາລາ ແລະ ສ.ໂດມີນີກາ. ຈຸດປະສົງຂອງການໄປປະຕິບັດງານຢູ່ຕ່າງປະເທດຄັ້ງນີ້ຂອງທ່ານ ແມ່ນເພື່ອແນໃສ່ຊຸກຍູ້ນະໂຍບາຍປະເທດ ອາເມລິກາ ເໜືອກວ່າສິ່ງໃດໝົດຂອງທ່ານປະທານາທິບໍດີ Donald Trump.

ໃນໄລຍະເດີນທາງໄປປະຕິບັດງານ, ທ່ານ Marco Rubio ມີບັນດາການພົບປະກັບເຈົ້າໜ້າທີ່ ແລະ ການນຳວິສາຫະກິດບັນດາປະເທດປະຈຳຖິ່ນ ເພື່ອຊຸກຍູ້ການຮ່ວມມືໃນພາກພື້ນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນ ຢຸດຕິສະພາບການອົບພະຍົບຢ່າງຜິດກົດໝາຍ ແລະ ມີຂອບຂະໜາດໃຫຍ່, ສະກັດກັ້ນການເພີ່ມຂຶ້ນຂອງກຸ່ມອາດຊະຍາກອນຂ້າມຊາຍແດນ ແລະ ອາດຊະຍາກຳຢາເສບຕິດ, ສະກັດກັ້ນ ຈີນ ເພີ່ມທະວີການສົ່ງຜົນສະທ້ອນຢູ່ພາກພື້ນ ແລະ ປັບປຸງການພົວພັນຄູ່ຮ່ວມມືເສດຖະກິດ ເພື່ອຄວາມວັດທະນາຖາວອນຢູ່ຊີກໂລກຕາເວັນຕົກ.ໍ