ທ່ານ Mahmoud Makkieh ເລຂາທິການ ຄະນະລັດຖະບານ ລີບັງ, ປະກາດຊື່ບັນດາທ່ານລັດຖະມົນຕີພາຍຫລັງສ້າງຕັ້ງລັດຖະບານໃຫມ່ ໃນວັນທີ 8 ກຸມພາ. (ພາບ:Reuters)

ໃນສື່ສັງຄົມອອນລາຍ X, ທຳນຽບປະທານາທິບໍດີ ປະກາດວ່າ ປະທານາທິບໍດີ ລີບັງ Joseph Aoun ໄດ້ເຊັນລັດຖະດຳລັດ 3 ສະບັບ ລວມມີ: ລັດຖະດຳລັດ ຮັບຮູ້ໃບຂໍລາອອກຈາກຕຳແຫນ່ງຂອງລັດຖະບານຊົ່ວຄາວ ໂດຍທ່ານ Najib Mikati ນຳຫນ້າ, ລັດຖະດຳລັດທີສອງແມ່ນ ບົ່ງຕົວທ່ານ Nawaf Salam ເປັນນາຍົກລັດຖະມົນຕີ ດ້ວຍຫນ້າທີ່ແມ່ນສ້າງຕັ້ງລັດຖະບານໃຫມ່. ລັດຖະດຳລັດສຸດທ້າຍ ແມ່ນກຳນົດເລື່ອງສ້າງຕັ້ງລັດຖະບານໃຫມ່ ຈະລວມມີລັດຖະມົນຕີ 24 ທ່ານ.

ຄະນະລັດຖະບານໃຫມ່ ໄດ້ຮັບການສ້າງຕັ້ງພາຍຫລັງ 3 ສັບປະດາທີ່ປຶກສາຫາລືກັບບັນດາພັກຝ່າຍການເມືອງ ເພື່ອແນໃສ່ສ້າງຕັ້ງລັດຖະບານ ໃນນັ້ນ ບັນດາຕຳແຫນ່ງແມ່ນໄດ້ຈັດແບ່ງອີງຕາມສາສະຫນາ ແລະ ການຮ່ວມສຳພັນດ້ານການເມືອງ