ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ສະເໜີໃຫ້ທາງໂຮງຮຽນ ຍູ້ແຮງວຽກງານການສຶກສາ - ບຳລຸງສ້າງ. ທ່ານເນັ້ນໜັກວ່າ:

“ຄວາມປາດຖະໜາຂອງພັກ, ລັດແມ່ນ ມະຫາວິທະຍາໄລ ເກີ່ນເທີ ຕ້ອງເປັນໜຶ່ງໃນບັນດາມະຫາວິທະຍາໄລແຖວໜ້າຂອງ ອາຊີ. ຍູ້ແຮງການຮ່ວມມືກັບມະຫາວິທະຍາໄລແຫ່ງຕ່າງໆໃນໂລກ ໃນການສຶກສາບຳລຸງສ້າງ ເພື່ອມີນັກຄົ້ນຄວ້າ, ນັກສຶກສາປະລິນຍາໂທ, ນັກສຶກສາເກັ່ງໃນທຸກດ້ານ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສ້າງ ແລະ ພັດທະນາປະເທດຊາດຫຼາຍຂຶ້ນອີກ”.

ທ່ານປະທານສະພາແຫ່ງຊາດຖືວ່າ ມະຫາວິທະຍາໄລບໍ່ພຽງແຕ່ພັດທະນາຖັນແຖວພະນັກງານ, ຄູອາຈານໃຫ້ແກ່ຕົນເອງເທົ່ານັ້ນ ຫາກຍັງຕ້ອງພັດທະນາຖັນແຖວໃຫ້ແກ່ມະຫາວິທະຍາໄລແຫ່ງອື່ນໆໃນເຂດອີກດ້ວຍ.

ກໍໃນຕອນເຊົ້າວັນທີ 22 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຮັດວຽກ ແລະ ອວຍພອນປີໃໝ່ມະຫາວິທະຍາໄລ ນາມເກີ່ນເທີ.