ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເສັງ 2025 ມີເກືອບ 1,5 ລ້ານເທື່ອຄອບຄົວທຸກຍາກ ໄດ້ຮັບການຊ່ວຍເຫຼືອ ແລະ ຂອງຂວັນປີໃໝ່ ດ້ວຍມູນຄ່າທັງໝົດກວ່າ 786 ຕື້ດົ່ງ (ກວ່າ 31 ລ້ານ USD) ກ່ຽວກັບສະພາບການຮັບປະກັນຊີວິດສັງຄົມ ໃນໂອກາດບຸນປີໃໝ່ປະຈຳຊາດປີມະເສັງ 2025 ນີ້, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຊີ້ນຳທ້ອງຖິ່ນຕ່າງໆ ເພີ່ມທະວີວຽກງານຮັບປະກັນຊີວິດສັງຄົມ, ຈັດຫຼາຍກິດຈະກຳຢື້ຢາມຖາມຂ່າວ, ມອບຂອງຂວັນປີໃໝ່ໃຫ້ບັນດາເປົ້າໝາຍນະໂຍບາຍ, ຄົນທຸກຍາກ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ແຮງງານໃນທົ່ວປະເທດ…

ນອກຈາກນັ້ນແລ້ວ, ບັນດາທ້ອງຖິ່ນ ກໍຕັ້ງໜ້າຕອບສະໜອງຂະບວນການແຂ່ງຂັນ “ຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດໃນປີ 2025”. ມີເຮືອນກວ່າ 22.000 ຫຼັງ ໄດ້ຮັບການເປີດເຂົ້ານຳໃຊ້ ແລະ ເກືອບ 20.500 ຫຼັງໄດ້ຮັບການເລີ່ມລົງມືກໍ່ສ້າງ.