ລາງວັນວິທະຍາສາດເຕັກໂນໂລຢີໜ່ວຍໂລກຄຳ ໄດ້ມອບທຸກປີໃຫ້ແກ່ນັກວິທະຍາສາດໜຸ່ມດີເດັ່ນ 10 ຄົນ ທີ່ມີອາຍຸບໍ່ເກີນ 35 ປີ. ລາງວັນດັ່ງກ່າວໄດ້ແກ່ 5 ຂົງເຂດຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ ແລະ ຫັນເປັນອັດຕະໂນມັດ; ເຕັກໂນໂລຢີການແພດ-ການຢາ; ເຕັກໂນໂລຢີຊີວະສາດ; ເຕັກໂນໂລຢີສິ່ງແວດລ້ອມ; ເຕັກໂນໂລຢີວັດສະດຸໃໝ່.
ນອກຈາກລາງວັນໜ່ວຍໂລກຄຳແລ້ວ, ສູນກາງຄະນະຊາວໜຸ່ມ ໄດ້ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີຜັນຂະຫຍາຍລາງວັນນັກສຶກສາເພດຍິງພະແນກວິທະຍາສາດເຕັກໂນໂລຢີ ຫວຽດນາມ ເພື່ອແນໃສ່ຄົ້ນພົບ, ເຊີດຊູນັກສຶກສາຍິງຜູ້ມີຜົນງານດີເດັ່ນໃນຂະແໜງວິທະຍາສາດເຕັກໂນໂລຢີ, ແຜ່ກະຈາຍຂະບວນການຮ່ຳຮຽນປະດິດຄິດສ້າງຢູ່ໂຮງຮຽນແຫ່ງຕ່າງໆ.
