ພາບປະກອບ: VOV |
ຕາມຕົວເລກໂດຍກົມໃຫຍ່ສະຖິຕິປະກາດໃນຕອນເຊົ້າວັນທີ 6 ກຸມພາຢູ່ຮ່າໂນ້ຍແລ້ວ, ມີຫຼາຍຂົງເຂດເສດຖະກິດມີສັນຍາທີ່ຕັ້ງໜ້າໃນເດືອນມັງກອນປີ 2025, ສ້າງທ່ວງທ່າໃຫ້ແກ່ປີໜຶ່ງທີ່ໄດ້ຮັບການຄາດວ່າຈະມີການເຕີບໂຕບຸກທະລຸຂອງພື້ນຖານເສດຖະກິດຫວຽດນາມ.
ຍອດເງິນລົງທຶນຕ່າງປະເທດຈົດທະບຽນເຂົ້າຫວຽດນາມໄລ່ມາຮອດວັນທີ 31 ມັງກອນ 2025 ລວມມີເງິນຈົດທະບຽນໃໝ່, ເງິນຈົດທະບຽນປັບປຸງ ແລະ ການປະກອບທຶ້ນ, ປະກອບຊື້ຫຸ້ນຂອງນັກລົງທຶນຕ່າງປະເທດບັນລຸ 4,33 ຕື້ USD, ເພີ່ມຂຶ້ນ 48,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ຮັບການປະຕິບັດຢູ່ ຫວຽດນາມໃນເດືອນມັງກອນປີ 2025 ຄາດວ່າບັນລຸ 1,51 ຕື້ USD, ເພີ່ມຂຶ້ນ 20%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ກ່ຽວກັບຂົງເຂດການສົ່ງອອກ, ນຳເຂົ້າສິນຄ້າ, ໃນເດືອນມັງກອນປີ 2025, ຍອດວົງເງິນສົ່ງອອກນຳເຂົ້າສິນຄ້າບັນລຸ 63,15 ຕື້ USD. ເຖິງວ່າຫຼຸດລົງ 10,5% ເມື່ອທຽບໃສ່ກັບເດືອນທັນວາ ປີ 2024 ແລະ ຫຼຸດລົງ 3,5%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ແຕ່ຄວາມດູນດ່ຽງທາງການຄ້າໃນການສົ່ງອອກສິນຄ້າເກີນດູນບັນບຸ 3,03 ຕື້ USD. ອາເມລິກາ ຍັງແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມດ້ວຍວົງເງິນການສົ່ງອອກບັນລຸ 9,8 ຕື້ USD.

