(ພາບປະກອບ: nhandan.vn) |
ແຕ່ວັນທີ 09 – 13 ມີນາ, ຢູ່ນະຄອນ ບວນມາທວດ ແລະ ທ້ອງຖິ່ນຈຳນວນໜຶ່ງໃນແຂວງ ດັກລັກ ຈະຈັດງານບຸນກາເຟ ບວນມາທວດ ຄັ້ງທີ 9 ປີ 2025 ດ້ວຍຫົວຂໍ້ “ບວນມາທວດ - ຈຸດນັດພົບກາເຟຂອງໂລກ”. ງານບຸນຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ບວນມາທວດ, ປົດປ່ອຍແຂວງ ດັກລັກ (10 ມີນາ 1975 – 10 ມີນາ 2025). ນີ້ແມ່ນເຫດການສຳຄັນ, ປະກອບສ່ວນໂຄສະນາເຄື່ອງໝາຍການຄ້າກາເຟ ບວນມາທວດ, ສ້າງພາບພົດນະຄອນ ບວນມາທວດ ແມ່ນ “ນະຄອນ ກາເຟຂອງໂລກ”.
ງານບຸນລວມມີບັນດາການເຄື່ອນໄຫວຕົ້ນຕໍ, ຄື: ການປະດິດສ້າງເນື້ອໃນໂຄສະນາງານບຸນທາງອິນເຕີເນັດ; ງານຕະຫຼາດນັດວາງສະແດງຂະແໜງກາເຟ ແລະ ຜະລິດຕະພັນ OCOP; ກອງປະຊຸມວິທະຍາສາດກ່ຽວກັບການພັດທະນາຂະແໜງກາເຟ; ງານບຸນທ້ອງຖະໜົນ… ນອກນັ້ນ, ຍັງຈັດບັນດາການເຄື່ອນໄຫວ, ຄື: ງານບຸນໄຟແສງສີ, ງານບຸນຊ້າງບ້ານ ດົນ, ງານບຸນຊ່ວງເຮືອ…

