ນາຍົກລັດຖະມົນຕີ ຟ້າມມິງຈິງ ມອບໝາຍໜ້າທີ່ຕົ້ນປີໃຫ້ແກ່ຂະແໜງທະນາຄານ

ອວຍພອນປີໃໝ່ໝູ່ຄະນະພະນັກງານ,ລັດຖະກອນ, ຜູ້ອອກແຮງງານທົ່ວຂະແໜງທະນາຄານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບົດບາດສຳຄັນຂອງທະນາຄານແຫ່ງລັດ ແລະ ລະບົບທະນາຄານສຳລັບພື້ນຖານເສດຖະກິດ, ພິເສດແມ່ນໃນໄລຍະຈະມາເຖິງ ເມື່ອປະເທດຊາດວາງເປົ້າໝາຍມີການພັດທະນາ ແລະ ເຕີບໂຕຢ່າງແຮງ. ທ່ານນາຍົກລັດຖະມົນຕີ ຍົກໃຫ້ເຫັນຢ່າງຈະແຈ້ງ 8 ໜ້າທີ່ເຊິ່ງຂະແໜງທະນາຄານຕ້ອງປະຕິບັດ, ໃນນັ້ນໃຫ້ບຸລິມະສິດແຖວໜ້າແມ່ນຊຸກຍູ້ການເຕີບໂຕ ແລະ ໜູນຊ່ວຍບັນດາໂຄງການສະຫວັດດີການສັງຄົມ.

ທີໜຶ່ງແມ່ນປະກອບສ່ວນຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕຢູ່ໃນລະດັບ 8%. ທີສອງແມ່ນມີນະໂຍບາຍເພື່ອໃຫ້ບຸລິມະສິດສິນເຊື່ອໃຫ້ແກ່ບັນດາຂະແໜງອາຊີບ, ໂຄງການເຊິ່ງພວກເຮົາໃຫ້ບຸລິມະສິດຄື: ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ພັດທະນາເຮືອນຢູ່ສັງຄົມ ເພື່ອຊ່ວຍຜູ້ມີລາຍຮັບຕ່ຳມີເຮືອນຢູ່.