ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba (ພາບ: Kyodo/TTXVN)

ນີ້ແມ່ນການນຳຕ່າງປະເທດຜູ້ທີສອງທີ່ໄດ້ຕ້ອນຮັບຢູ່ທຳນຽບຂາວນັບແຕ່ເວລາທ່ານ Donald Trump ຮັບດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ, ພາຍຫຼັງຕ້ອນຮັບທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu. ກ່າວຄຳເຫັນຕໍ່ວົງການນັກຂ່າວທີ່ສະໜາມບິນສາກົນ Haneda ຢູ່ນະຄອນຫຼວງ ໂຕກຽວກ່ອນທີ່ຈະເດີນທາງໄປຍັງອາເມລິກາ, ທ່ານນາຍົກລັດຖະມົນຕີ Ishiba ເນັ້ນໜັກວ່າ ນີ້ແມ່ນການພົບປະສຸດຍອດຄັ້ງທຳອິດກັບທ່ານປະທານາທິບໍດີຄົນໃໝ່ຂອງ ອາເມລິກາ ແລະ ທ່ານຈະມານະພະຍາຍາມສ້າງການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. ທ່ານຫວັງວ່າ ຍີ່ປຸ່ນ ແລະ ອາເມລິກາຈະຮ່ວມມືກັນຢ່າງແຮງກ່ວາອີກໃນບັນດາບັນຫາດ້ານເສດຖະກິດ ແລະ ຄວາມໝັ້ນຄົງໃນຂອບເຂດພາກພື້ນມະຫາສະມຸດອິນເດຍ - ປາຊີຟິກເສລີ ແລະ ເປີດກວ້າງ, ກໍ່ຄືເພີ່ມທະວີການຮ່ວມມືເພື່ອການພັດທະນາ ແລະ ສັນຕິພາບຢູ່ພາກພື້ນນີ້ ແລະ ໃນທົ່ວໂລກ.