ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໃຫ້ການຕ້ອນຮັບທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ |
ທ່ານປະທານປະເທດ ເລືອງເກືອງ ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Christopher Luxon ໄດ້ປະກອບສ່ວນສ້າງກຳລັງໜູນໃໝ່, ນຳການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກົງກັບໂອກາດສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975 - 2025). ທ່ານປະທານປະເທດ ຖືວ່າ ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ເປີດໄລຍະການຮ່ວມມືໃໝ່, ນຳການພົວພັນສອງປະເທດພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງກວ່າເກົ່າ, ທັງໃນດ້ານສອງຝ່າຍ ແລະ ຫຼາຍຝ່າຍ. ທ່ານປະທານປະເທດເລືອງເກືອງກໍ່ສະແດງຄວາມຂອບອົກຂອບໃຈລັດຖະບານ ນິວຊີແລນ ທີ່ໄດ້ເພີ່ມ 56%ທຶນການສຶກສາໃຫ້ແກ່ນັກສຶກສາ, ນັກຮຽນຫວຽດນາມ ແລະ ສະເໜີນິວຊີແລນສືບຕໍ່ໜູນຊ່ວຍ ຫວຽດນາມໃນການຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງນັກຊ່ຽວຊານ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ສ່ວນທ່ານນາຍົກລັດຖະມົນຕີ ນິວຊີແລນໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມໃນຊຸມປີຜ່ານມາ ແລະ ຢັ້ງຢືນຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມຢ່າງບໍ່ຢຸດຢັ້ງ. ທ່ານນາຍົກລັດຖະມົນຕີ Christopher Luxon ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນ ແລະ ໜູນຊ່ວຍຂອງ ນິວຊີແລນໃຫ້ແກ່ ຫວຽດນາມໃນບົດບາດເປັນປະເທດເຈົ້າພາບ APEC ປີ 2027.

