ພາບປະກອບ: TTXVN

ວັນທີ 8 ກຸມພາ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ແລະ ສະມາຄົມຊາວໜຸ່ມຂົນຂວາຍການບໍລິຈາກເລືອດຮ່າໂນ້ຍໄດ້ຈັດຂຶ້ນງານບຸນລະດູບານໃໝ່ບໍລິຈາກເລືອດຄັ້ງທີ 18 ດ້ວຍສານ: “ບໍລິຈາກເລືອດຍາມຕົ້ນລະດູບານໃໝ່ - ທະວີຄູນຄວາມຜາສຸກ”. ນີ້ແມ່ນໜຶ່ງໃນບັນດາລາຍການບໍລິຈາກເລືອດໃຫຍ່ທີ່ສຸດໃນທົ່ວປະເທດທີ່ໄດ້ຈັດຂຶ້ນເປັນປະຈຳໃນຍາມຕົ້ນລະດູບານໃໝ່.

ງານບຸນລະດູບານໃໝ່ບໍລິຈາກເລືອດປີນີ້ໄດ້ດຳເນີນໃນ 9 ວັນ, ຄາດວ່າຈະດຶງດູດຜູ້ສົນໃຈ 10.000 ຄົນ ແລະ ຈະໄດ້ຮັບເລືອດປະມານ 8000 ຖົງ. ທ່ານຮອງສາດສະດາຈານ, ປ.ອ ເຈິ່ນງອກເກ້ ຜູ້ອຳນວຍການສູນເລືອດແຫ່ງຊາດ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ໃຫ້ຮູ້ວ່າ:

ງານບຸນລະດູບານໃໝ່ບໍລິຈາກເລືອດໄດ້ຈັດຂຶ້ນຢູ່ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ໃນລະຫວ່າງວັນທີ 8 – 16 ກຸມພາ 2025, ຄະນະກຳມະການປະຊາຊົນເທດສະບານເຈົາກີ່, ເມືອງຢາເລິມ, ຮ່າໂນ້ຍໃນລະຫວ່າງວັນທີ 13 ກຸມພາ ຫາວັນທີ 14 ກຸມພາ 2025. ນອກຈາກບັນດາວັນບຸນບໍລິຈາກເລືອດຍັງໄດ້ຈັດຂຶ້ນຢູ່ສູນການຄ້າ AEON Mall ຮ່າດົງ.