ງານບຸນດອກບານ-ເຫດການວັດທະນະທຳທີ່ພົ້ນເດັ່ນຂອງແຂວງ ດ້ຽນບຽນ ປີນີ້ ຈະຖືກຈັດຂຶ້ນພ້ອມກັບວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າແຂວງ ດ້ຽນບຽນ ຄັ້ງທີ 8 ປີ 2025. ງານບຸນແມ່ນໂອກາດເຊີດຊູດອກບານ-ສັນຍາລັກຂອງ ດ້ຽນບຽນ ກໍ່ຄືແມ່ນໂອກາດໂຄສະນາການທ່ອງທ່ຽວ, ຊຸກຍູ້ການພັດທະນາເສດຖະກິດສັງຄົມ ແລະ ປັບປຸງນ້ຳໃຈສາມັກຄີບັນດາເຜົ່າ.

ລາຍການງານບຸນດອກບານ 2025 ຈະມີບັນດາການເຄື່ອນໄຫວ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວພິເສດ, ສະແດງຄືນບັນດາມູນເຊື້ອຂອງບັນດາເຜົ່າແຂວງ ດ້ຽນບຽນ. ພົນເດັ່ນແມ່ນພິທີທະຫວາຍທູບທຽນຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ສະໜາມຮົບ ດ້ຽນບຽນຝູ; ພິທີໄຂຈະມີລາຍການສະແດງສິລະປະ ສົມທົບກັບການຍິງບັ້ງໄຟດອກທີ່ມີຫຼາກຫຼາຍສີສັນ. ໄປຄຽງຄູ່ກັນນັ້ນແມ່ນບັນດາການເຄື່ອນໄຫວວັດທະນະທຳຄື: ການສະແດງຮ້ອງເພງພື້ນເມືອງ, ຟ້ອນລຳ, ການສະແດງງານບຸນ ແລະ ພິທີກຳການດຳເນີນຊີວິດທີ່ເປັນມູນເຊື້ອຂອງບັນດາເຜົ່າ….