ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມນັດສາມັນ ຄັ້ງທີ 65 ຂອງ ECOWAS (ພາບເອກະສານ:Getty Images/ TTXVN)
|
ວັນທີ 29 ມັງກອນ, ປະຊາຄົມເສດຖະກິດ ອາຟະລິກາ ຢັ້ງຢືນວ່າ 3 ປະເທດ Sahel ລວມມີ ນີເຊ, ມາລີ ແລະ ບູກີນາ ຟາໂຊ ໄດ້ຖອນຕົວອອກຈາກກຸ່ມນີ້ຢ່າງເປັນທາງການ. ຕາມແຈ້ງການຂອງ ECOWAS ແລ້ວ, ກຸ່ມນີ້ຍັງຈະເປີດປະຕູໃຫ້ບໍ່ວ່າປະເທດໃດໃນ 3 ປະເທດ Sahel ດັ່ງກ່າວ ຖ້າວ່າເຂົາເຈົ້າຕັດສິນຢາກກັບມາເປັນສະມາຊິກຂອງກຸ່ມຄືນໃໝ່. ນອກຈາກນັ້ນແລ້ວ, ECOWAS ກໍຮຽກຮ້ອງໃຫ້ບັນດາປະເທດສະມາຊິກອື່ນ ສືບຕໍ່ໃຫ້ບຸລິມະສິດພິເສດສຳລັບ 3 ປະເທດດັ່ງກ່າວ, ລວມທັງສິດເສລີໃນການໄປມາໃນພາກພື້ນ ດ້ວຍໜັງສືຜ່ານແດນ ECOWAS.
ນີ້ແມ່ນຄັ້ງທຳອິດໃນປະຫວັດສາດຂອງ ECOWAS ທີ່ມີປະເທດສະມາຊິກຖອນຕົວອອກຈາກກຸ່ມ. ນັບແຕ່ເມື່ອສ້າງຕັ້ງຂຶ້ນແຕ່ປີ 1975 ດ້ວຍຈຸດປະສົງ ຊຸກຍູ້ການເຊື່ອມໂຍງເສດຖະກິດ, ECOWAS ຍາມໃດກໍໄດ້ຮັບຖືວ່າ ແມ່ນອົງການການເມືອງ ແລະ ເສດຖະກິດພາກພື້ນແຖວໜ້າຢູ່ ອາຟະລິກາຕາເວັນຕົກ.

