ນີ້ແມ່ນຂໍ້ສັງເກດຂອງທ່ານ Veeramalla Anjaiah, ນັກຄົ້ນຄວ້າອາວຸໂສຂອງ ສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (CSEAS) ທີ່ມີສຳນັກງານຕັ້ງຢູ່ ອິນໂດເນເຊຍ, ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຈາກາຕາ ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີ ແຫ່ງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 – 3 ກຸມພາ 2025).
(ພາບປະກອບ: VOV) |
ເມື່ອຫວນຄືນຂະບວນວິວັດແຫ່ງການພັດທະນາຂອງ ຫວຽດນາມ, ນັກຄົ້ນຄວ່າ Veeramalla Anjaiah ຊີ້ແຈ້ງວ່າ ພັກຄອມມູນິດ ຫວຽດນາມ ໄດ້ນຳພາປະເທດ ຫວຽດນາມ ຜ່ານຜ່າຫຼາຍຮູບແບບເສດຖະກິດທີ່ແຕກຕ່າງກັນ. ປັດຈຸບັນ, ຫວຽດນາມ ພວມເຂົ້າຮ່ວມບັນດາບັນຫາລວມຂອງປະຊາຄົມສາກົນຢ່າງຕັ້ງໜ້າ, ໃນນັ້ນ ມີການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ທ່ານ ກໍຖືວ່າ ສິ່ງດັ່ງກ່ວ ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເສີມສ້າງຜົນປະໂຫຍດກັບບັນດາຄູ່ຮ່ວມມື.

