ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba
(ພາບ: Kyodo/TTXVN)

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຕົກລົງຖອນອອກຈາກອົງການອະນາໄມໂລກ (WHO). ເມື່ອໃຫ້ຄຳຖະແຫຼງທີ່ກອງປະຊຸມຄະນະກຳມາທິການງົບປະມານສະພາຕ່ຳ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Shigeru Ishiba ຖືວ່າ, ອາເມລິກາ ສວມບົດບາດສຳຄັນໃນລະບົບສາທາລະນະສຸກທົ່ວໂລກ. ຍີ່ປຸ່ນ ບໍ່ຊົມເຊີຍການກະທຳໃດໆເຮັດໃຫ້ບົດບາດດັ່ງກ່າວອ່ອນແອລົງ.

ກ່ອນໜ້ານັ້ນ, ພາຍຫຼັງສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 20 ມັງກອນ (ຕາມເວລາ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ ຄົນໃໝ່ Donald Trump ໄດ້ລົງນາມໃນລັດຖະດຳລັດວ່າ ດ້ວຍການຖອນປະເທດນີ້ອອກຈາກ WHO. ຂໍ້ຕົກລົງຂອງ ອາເມລິກາ ຖອນອອກຈາກ WHO ຈະມີຜົນສັກສິດໃນເວລາ 12 ເດືອນ ອີກ ແລະ ຖ້າຫາກບໍ່ມີການປ່ຽນແປງ, ອາເມລິກາ ຈະຖອນອອກຈາກ WHO ໃນວັນທີ 22 ມັງກອນ 2026. ຂະນະນັ້ນ, ວໍຊິງຕັນ ກໍ່ຕັດທຸກການປະກອບສ່ວນດ້ານການເງິນໃຫ້ແກ່ອົງການນີ້.