ການພົບປະສອງຝ່າຍ (ພາບ: VOV) |
ຕອນບ່າຍວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2 ແຕ່ວັນທີ 25 – 28 ກຸມພາ.
2 ຝ່າຍໄດ້ອອກຖະແຫຼງການຮ່ວມຕໍ່ເລື່ອງ ຍົກລະດັບການພົວພັນ ຫວຽດນາມ - ນິວຊີແລນ(ພາບ: TTXVN)
|
ພາຍຫຼັງການພົບປະ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມຕໍ່ເລື່ອງ ຍົກລະດັບການພົວພັນ ຫວຽດນາມ - ນິວຊີແລນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຕາມນັ້ນແລ້ວ, ໃນໄລຍະ 2 ປີຈະມາເຖິງ, 2 ຝ່າຍຈະສ້າງໂຄງການກະທຳລວມ ເພື່ອວາງອອກບັນດາຂໍ້ລິເລີ່ມລະອຽດໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສຸມໃສ່ເພີ່ມທະວີ 5 ເສົາຄ້ຳຮ່ວມມືຕົ້ນຕໍ.
ກ່ຽວກັບການຮ່ວມມືດ້ານການເມືອງ, 2 ຝ່າຍເຫັນດີເຮັດໃຫ້ການພົວພັນຮ່ວມມືລະຫວ່າງກະຊວງການຕ່າງປະເທດ 2 ປະເທດເລິກເຊິ່ງກວ່າ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືທາງທະເລ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງແບ່ງປັນຂໍ້ມູນ ແລະ ເພີ່ມທະວີການຮ່ວມມືໃນບັນຫາ 2 ຝ່າຍ, ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຊົມເຊີຍການຈັດວາລະສົນທະນາກ່ຽວກັບທະເລຄັ້ງທີ 1. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, 2 ຝ່າຍເຫັນດີຕໍ່ເປົ້າໝາຍການຄ້າ 2 ສົ້ນໃຫ້ບັນລຸ 3 ຕື້ USD ໃນປີ 2026. ກ່ຽວກັບການຮ່ວມມືດ້ານການປ່ຽນແປງຂອງດິນຟ້າອາກາດ, ວິທະຍາສາດ, ເຕັກໂນໂລຊີ, 2 ຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມືດ້ານກະສິກຳ ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ກາຍເປັນປະເທດຜະລິດກະສິກຳທັນສະໄໝ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ພົບປະແລກປ່ຽນປະຊາຊົນ, ນິວຊີແລນ ໃຫ້ຄຳໝັ້ນສັນຍາເພີ່ມທະວີການໜູນຊ່ວຍບຳລຸງສ້າງໃຫ້ເຈົ້າໜ້າທີ່ຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ຫວຽດນາມ.
ໃນຖະແຫຼງການຮ່ວມ, 2 ຝ່າຍກໍ່ໃຫ້ຄຳໝັ້ນສັນຍາຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.


