ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ (ພາບ: VOV) |
ທີ່ການພົບປະ, ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໄດ້ແຈ້ງໃຫ້ຊາບບັນດາຜົນງານພັດທະນາເສດຖະກິດ - ສັງຄົມ ແລະ ການພົວພັນຕ່າງປະເທດຂອງ ຫວຽດນາມ, ບັນດາບາດກ້າວພັດທະນາໃໝ່ໃນການພົວພັນ ຫວຽດນາມ - ຈີນ, ພິເສດ ແມ່ນບັນດາຜົນງານທີ່ແທດຈິງ ແລະ ອຸດົມສົມບູນ ທີ່ບັນລຸໄດ້ໃນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງສອງພັກ, ສອງລັດ ໃນປີ 2024. ທ່ານເອກອັກຄະລັດຖະທູດ ຟ້າມແທັງບິ່ງ ໃຫ້ຮູ້ວ່າ:
“ໃນປີຜ່ານມາ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ ໄດ້ຕັ້ງໜ້າເຮັດວຽກ, ຮ່ຳຮຽນ, ປະກອບສ່ວນໃຫ້ແກ່ປະເທດປະຈຳຖິ່ນ, ໃຫ້ແກ່ປະເທດຊາດ ກໍຄື ການພົວພັນ ຫວຽດນາມ - ຈີນ. ປະຊາຄົມກໍຕອບສະໜອງບັນດາບັ້ນແຜ່ບໍລິຈາກ, ພິເສດແມ່ນຊ່ວຍເຫຼືອພໍ່ແມ່ພີ່ນ້ອງຢູ່ພາຍໃນປະເທດ ທີ່ຖືກຜົນກະທົບຈາກພະຍຸ Yagi”.
ລາຍການສະແດງສິລະປະຕ້ອນຮັບລະດູບານໃໝ່ຂອງພະນັກງານສະຖານທູດ ຫວຽດນາມ ປະຈຳ ຈີນ (ພາບ: VOV) |
ທີ່ພິທີ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ ໄດ້ແບ່ງປັນຄວາມປິຕິຊົມຊື່ນຕໍ່ການພັດທະນາ ແລະ ບັນດາຜົນງານໃໝ່ກ່ຽວກັບເສດຖະກິດສັງຄົມຂອງປະເທດຊາດ. ປະຊາຄົມຊາວ ຫວຽດນາມ ຢູ່ ຈີນ ໄດ້ຢັ້ງຢືນວ່າ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມເດີນທາງພ້ອມກັບພໍ່ແມ່ພີ່ນ້ອງຢູ່ພາຍໃນປະເທດ ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດໃນສັງກາດໃໝ່ - ສັງກາດບຸກບືນຂອງຊາດ.
ນັກຂ່າວ VOV ປະຈຳ ຈີນ


