(ພາບ: vov)

ວັນທີ 6 ກຸມພາ, ພະແນກວັດທະນະທຳ, ກິລານະຄອນ ເຫ້ວ ໄດ້ເຂົ້າຮ່ວມພິທີໄຂງານບຸນວິຫານ ຮ່ວຽນເຈິນ ຢູ່ພູ ຫງຸ້ຟອງ, ເມືອງ ທ້ວນຮວາ ນະຄອນ ເຫ້ວ. ງານບຸນໄດ້ດຶງດູດ ປຊຊ ແລະ ແຂກທ່ອງທ່ຽວເປັນຈຳວນຫຼາຍມາເຂົ້າຮ່ວມ.

ງານບຸນວິຫານ ຮ່ວຽນເຈິນ ເພືອແນໃສ່ອາໄລຫາຄຸນງາມຄວາມດີໃນການສ້າງສາປະເທດຊາດຂອງລາຊະທິດາ ຮ່ວຽນເຈິນ, ລູກສາວຂອງເຈົ້າຊີວິດ ເຈິ່ນເຍິນຕົງ.

ນອກຈາກພິທິກຳ, ງານບຸນຍັງມີບັນດາການເຄື່ອນໄຫວວັດທະນະທຳ ກິລາ ຄື: ຂັບບ່າຍຈ່ອຍ, ສະແດງມວຍພື້ນເມືອງ, ແຕ້ມໜັງສືບູຮານ, ສະແດງຊຸດເສື້ອຍາວ…ເອື້ອຍ ເລທິຖາວ, ຊາວນະຄອນ ເຫ້ວ ມາເຂົ້າຮ່ວມງານບຸນແບ່ງປັນວ່າ:

ມາເຂົ້າຮ່ວມ ງານບຸນວິຫານ ຮ່ວຽນເຈິນ ຂ້າພະເຈົ້າມີຄວາມຮູ້ສຶກສະຫງົບສຸກ ແລະ ກໍ່ມີຄວາມປາດຖະໜາຢາກໃຫ້ປີໃໝ່ ຄອບຄົວ, ໝູ່ເພື່ອນຈະມີສຸຂະພາບແຂງແຮງ, ມີຄວາມສຸກຄວາມສົມຫວັງ.