ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AP)

ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນຢູ່ເຊີແນວ (ສະວິດ), ທ່ານ Tarik Jasarevic ໂຄສົກອົງການ WHO ເນັ້ນໜັກວ່າ WHO ສວມບົດບາດສຳຄັນໃນການຮັກສາສຸຂະພາບ ແລະ ຄວາມໝັ້ນຄົງຂອງປະຊາຊົນໂລກ, ລວມທັງຊາວ ອາເມລິກາ. WHO ຫວັງວ່າ ຈະພິຈາລະຈາຄືນຂໍ້ຕົກລົງດັ່ງກ່າວ, ພ້ອມທັງໃຫ້ຮູ້ວ່າ ຢາກເຂົ້າຮ່ວມການເຈລະຈາທີ່ມີລັກສະນະສ້າງສັນເພື່ອຮັກສາສາຍພົວພັນຄູ່ຮ່ວມມືລະຫວ່າງ ອາເມລິກາ ແລະ WHO.

ໃນຂະນະນັ້ນ, ໂຄສົກສະຫະພາບເອີຣົບ (EU) ສະແດງຄວາມວິຕົກກັງວົນກ່ຽວກັບແຈ້ງການດັ່ງກ່າວຂອງທ່ານ Donald Trump, ຫວັງວ່າ ອາເມລິກາ ຈະມີການຊັ່ງຊາຢ່າງລະອຽດກ່ອນທີ່ຈະຕົກລົງຖອນຕົວອອກຈາກອົງການນີ້. ໃນວັນດຽວກັນ, ທ່ານ Karl Lauterbach ລັດຖະມົນຕີກະຊວງສາທາລະນະສຸກ ເຢຍລະມັນ ໃຫ້ຮູ້ວ່າ ຈະພະຍາຍາມເກ້ຍກ່ອມທ່ານປະທານາທິບໍດີ Donald Trump ຍົກເລີກຂໍ້ຕົກລົງຖອນ ອາເມລິກາ ອອກຈາກອົງການ WHO.