ທ່ານປະທານປະເທດ ຈີນ, ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ, Vladimir Putin ເຈລະຈາແບບທາງໄກ (ພາບ: THX/TTXVN) |
ການໂອ້ລົມແບບທາງໄກລະຫວ່າງປະມຸກລັດສອງປະເທດ ຈີນ ແລະ ລັດເຊຍ ໄດ້ດຳເນີນ ພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ ສາບານຕົວຮັບດຳລົງຕຳແໜ່ງຢ່າງເປັນທາງການ. ໃນການເຈລະຈາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ເນັ້ນໜັກວ່າ ໃນປີນີ້, ທ່ານພ້ອມແລ້ວທີ່ຈະພ້ອມກັບທ່ານປະທານາທິບໍດີ ລັດເຊຍ, Vladimir Putin ສືບຕໍ່ນຳການພົວພັນ ຈີນ - ລັດເຊຍ ຂຶ້ນສູ່ລະດັບຍຸດທະສາດໃໝ່, ຮັບມືກັບຄວາມຂາດສະຖຽນລະພາບຂອງສະພາບແວດລ້ອມພາຍນອກ ດ້ວຍສະຖຽນລະພາບ ແລະ ຄວາມສາມາດຟື້ນຟູຂອງການພົວພັນ ຈີນ - ລັດເຊຍ, ພ້ອມກັນຊຸກຍູ້ການພັດທະນາ ແລະ ວັດທະນາຖາວອນຂອງສອງປະເທດ, ຮັກສາຄວາມສະເໝີພາບ ແລະ ຍຸຕິທຳສາກົນ.
ທ່ານປະທານປະເທດ ຈີນ ສີຈີ້ນຜິງ ກໍໃຫ້ຮູ້ວ່າ ດ້ວຍຖານະເປັນປະທານໝູນວຽນຂອງອົງການຮ່ວມມື ຊຽງໄຮ (SCO), ຈີນ ພ້ອມແລ້ວທີ່ຈະພ້ອມກັບ ລັດເຊຍ ແລະ ບັນດາປະເທດສະມາຊິກອື່ນ ນຳອົງການນີ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່ທີ່ພັດທະນາດ້ວຍຄຸນນະພາບສູງກວ່າ, ມີຄວາມຮັບຜິດຊອບກວ່າ ແລະ ມີຄວາມສາມາດໃຫຍ່ກວ່າ. ທ່ານກໍຮຽກຮ້ອງ ຈີນ ແລະ ລັດເຊຍ ກໍພ້ອມກັນຊຸກຍູ້ “ການຮ່ວມມື BRICS ໃຫຍ່”, ສ້າງໜ້າປະຫວັດສາດໃໝ່ ກ່ຽວກັບຄວາມສາມັກຄີສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງທິດໃຕ້ທົ່ວໂລກ.
ນັກຂ່າວ VOV ປະຈຳ ຈີນ

