ກ່າວຄຳເຫັນເລີ່ມຕົ້ນກອງປະຊຸມຄະນະລັດຖະບານຄັ້ງທຳອິດຂອງອຳນາດການປົກຄອງໃໝ່ໃນວັນທີ 26 ກຸມພາ ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ຮ່າງຂໍ້ຕົກລົງກ່ຽວກັບບໍ່ແຮ່ລະຫວ່າງ ອາເມລິກາ ແລະ ຢູແກຼນ ໄດ້ສຳເລັດແລ້ວ ແລະ ຈະໄດ້ລົງນາມໃນທ້າຍອາທິດນີ້. ຕາມບັນດາເນື້ອໃນຫຼັກໆຂອງຂໍ້ຕົກລົງ, ຢູແກຼນ ຍອມຮັບຈະແບ່ງ 50% ຜົນກຳໄລຈາກການຂຸດຄົ້ນແຮ່ທາດທີ່ຫາຍາກທັງໝົດຂອງປະເທດນີ້ ກໍຄືການຂຸດຄົ້ນບັນດາພື້ນຖານໂຄງລ່າງທ່າກ່ຳປັ່ນທະເລໃຫ້ແກ່ ອາເມລິກາ. ຂໍ້ຕົກລົງມີມູນຄ່າຂຶ້ນເຖິງ 500 ຕື້ USD ແລະ ອຳນາດການປົກຄອງຂອງທ່ານ Donald Trump ຖືວ່າ ນີ້ແມ່ນບ້ວງເງິນຊົດເຊີຍໃຫ້ແກ່ການຊ່ວຍເຫຼືອດ້ານການທະຫານ, ເສດຖະກິດ ເຊິ່ງ ອາເມລິກາ ເຄີຍສະໜອງໃຫ້ແກ່ ຢູແກຼນ ໃນຊຸມປີຜ່ານມາ.

ໜຶ່ງໃນບັນດາຈຸດທີ່ໜ້າສົນໃຈຂອງຂໍ້ຕົກລົງສະບັບນີ້ ແມ່ນບັນດາມາດຕາທີ່ກ່ຽວຂ້ອງເຖິງບັນດາຄຳໝັ້ນສັນຍາດ້ານຄວາມໝັ້ນຄົງຂອງ ອາເມລິກາ ກັບ ຢູແກຼນ ໃນອະນາຄົດ. ເຖິງຢ່າງຢ່າງກໍຕາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ອາເມລິກາ ຈະບໍ່ຍົກອອກຄຳໝັ້ນສັນຍາໃຫຍ່ໃດໆສຳລັບ ຢູແກຼນ ແລະ ການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ແມ່ນຄວາມຮັບຜິດຊອບຂອງ ເອີຣົບ.