ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຖະຫວາຍດອກໄມ້ຈູດທູບທຽນອາໄລຫາປະທານ ໂຮ່ຈີມິນ
(ພາບ: VOV)

ເນື່ອງໃນໂອກາດປີໃໝ່ປີມະເສັງ 2025, ຕອນເຊົ້າວັນທີ 29 ມັງກອນ, ກົງກັບວັນທີ 1 ບຸນເຕັດປີມະເສັງ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໄປຖະຫວາຍດອກໄມ້ຈູດທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ ເຮືອນເລກທີ 67 ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃນທຳນຽບປະທານປະເທດ.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຫວນຄືນຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ ແລະ ປາດຖະໜາວ່າ ຈະພ້ອມກັບທົ່ວພັກ, ທົ່ວປວງຊົນ ສືບຕໍ່ສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຄວາມຄາດຫວັງພັດທະນາເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນ ພັດທະນາຢ່າງມັ່ງຄັ່ງເຂັ້ມແຂງ ແລະ ວັດທະນາຖາວອນ.

ຫຼັງຈາກນັ້ນ, ທ່ານປະທານປະເທດ ເລືອງເກື່ອງ ໄປຢ້ຽມຢາມສະປາລຸງໂຮ່; ຢ້ຽມຢາມເຂດວາງສະແດງລົດໃຫຍ່ 3 ຄັນທີ່ເຄີຍນຳໃຊ້ຮັບໃຊ້ປະທານ ໂຮ່ຈີມິນ ແລະ ຫາກໍ່ໄດ້ຮັບການຮັບຮອງວ່າເປັນວັດຖຸປະເສີດແຫ່ງຊາດ.