ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານ Gennady Bezdetko ເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ຫວຽດນາມ (ພາບ: VOV) |
ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ສະເໜີວ່າ ສອງຝ່າຍຕ້ອງແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ພິເສດແມ່ນເພີ່ມທະວີການຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາດູມາແຫ່ງຊາດ ລັດເຊຍ, ສະພາສະຫະພັນ ລັດເຊຍ, ພ້ອມກັນແລກປ່ຽນບັນຫາເຊິ່ງສອງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານສະພາແຫ່ງຊາດ ກໍປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ, ໃນອາຍຸການຂອງຕົນ, ຈະຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະພັນລັດເຊຍ ແລະ ຫວຽດນາມ ຢ່າງມີປະສິດທິຜົນ; ເປັນຂົວຕໍ່ລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາ ດູມາ ແຫ່ງຊາດ ລັດເຊຍ ແລະ ສະພາສະຫະພັນ ລັດເຊຍ.
ສ່ວນທ່ານເອກອັກຄະລັດຖະທູດ Gennady Bezdetko ຢັ້ງຢືນວ່າ ທ່ານເອກອັກຄະລັດຖະທູດ ໃນນາມສ່ວນຕົວ ແລະ ສະຖານທູດ ຈະສືບຕໍ່ມານະພະຍາຍາຍາມເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງກວ່າເກົ່າ.
ເລຕວຽດ

