ວັນທີ 19 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໂອ້ລົມທາງໂທລະສັບກັບ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໂດຍແກ່ຍາວເປັນເວລາກວ່າ 2 ຊົ່ວໂມງ. ນີ້ແມ່ນການກະທຳທາງການທູດຫລ້າສຸດ ລະຫວ່າງ ອາເມລິກາ ແລະ ລັດເຊຍ ໃນຄວາມມານະພະຍາຍາມຊອກຫາມາດຕະການເພືື່ອຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຊື່ງໄດ້ກ້າວເຂົ້າສູ່ປີທີ 4 ແລ້ວ.
ໂດຍຂຽນລົງທາງສື່ສັງຄົມ Truth Social ພາຍຫລັງສິ້ນສຸດການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ ອາເມລິກາໃຫ້ຮູ້ວ່າ ທ່ານຫາກໍ່ສິ້ນສຸດການໂອ້ລົມທາງໂທລະສັບກັບປະທານາທິບໍດີ ລັດເຊຍ ແລະ ເຊື່ອໝັ້ນວ່າ ທຸກບັນຫາແມ່ນດຳເນີນໄປເປັນຢ່າງດີ. ລັດເຊຍ ແລະ ຢູແກຼນ ຈະເລີ່ມການເຈລະຈາໂດຍທັນທີ ມຸ່ງໄປເຖິງຄຳສັ່ງຢຸດຍິງ ແລະ ສຳຄັນກວ່າ ແມ່ນຢຸດຕິສົງຄາມ.
ບັນດາການຕີລາຄາເບື້ອງຕົ້ນສະແດງໃຫ້ເຫັນວ່າ ເຖິງວ່າການນຳທັງລັດເຊຍ ແລະ ອາເມລິກາ ລ້ວນແຕ່ຍົກອອກບັນດາຖະແຫລງການທີ່ຕັ້ງຫນ້າ ແຕ່ສ່ວນຫລາຍພຽງເຮັດແຈ້ງອີກບາດກ້າວຫນຶ່ງໃນວິວັດການເຈລະຈາ ແລະ ບໍ່ບັນລຸໄດ້ໝາກຜົນລະອຽດໃດ.
ກ່າວຄຳເຫັນກັບວົງການສື່ມວນຊົນ, ປະທານາທິບໍດີ ລັດເຊຍ ໄດ້ສະແດງຄວາມຂອບໃຈປະທານາທິບໍດີ ອາເມລິກາ ຍ້ອນໄດ້ມີການສະຫນັບສະຫນູນໃນການເຊື່ອມຕໍ່ຄືນບັນດາການເຈລະຈາໂດຍກົງລະຫວ່າງ ລັດເຊຍ ແລະ ຢູແກຼນ.
ນັກຂ່າວ VOV ປະຈຳ ລັດເຊຍ ແລະ ອາເມລິກາ
