ທ່ານ Keith Kellogg ທູດພິເສດຂອງ ປະທານາທິບໍດີ ອາເມລິກາ (ພາບ: Getty Images)

ວັນທີ 15 ກຸມພາ, ທ່ານ Keith Kellogg ທູດພິເສດຂອງ ປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບ ລັດເຊຍ ແລະ ຢູແກຼນ, ໃຫ້ຮູ້ວ່າ ເອີຣົບ ຈະບໍ່ມີບ່ອນນັ່ງໃນໂຕະເຈລະຈາກ່ຽວກັບສັນຕິພາບຢູ່ ຢູແກຼນ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາ ໃນກອງປະຊຸມຄວາມໝັ້ນຄົງ Munich, ເຊິ່ງໄດ້ດຳເນີນແຕ່ວັນທີ 14 – 16 ກຸມພາ ຢູ່ ເຢຍລະມັນ.

ຕາມທ່ານ Keith Kellogg ແລ້ວ, ບັນດາປະເທດ ເອີຣົບ ຈະບໍ່ເຂົ້າຮ່ວມການເປັນກາງໄກ່ເກ່ຍ ໃຫ້ແກ່ຂໍ້ຕົກລົງຢຸດຍິງລະຫວ່າງ ລັດເຊຍ ແລະ ຢູແກຼນ, ເຖິງຢ່າງໃດກໍຕາມ, ຜົນປະໂຫຍດຂອງບັນດາປະເທດນີ້ ຈະໄດ້ຮັບການພິຈາລະນາຄືນ ໃນການເຈລະຈາຄັ້ງຕ່າງໆ ເພື່ອແນໃສ່ບັນລຸໄດ້ຄວາມເປັນສັນຕິພາບຢູ່ ເອີຣົບ ຕາເວັນອອກ. ຖະແຫຼງການຂອງຜູ້ຕາງໜ້າ ອາເມລິກາ ບໍ່ໄດ້ຮັບການຊົມເຊີຍຈາກເຈົ້າໜ້າທີ່ ເອີຣົບ ຫຼາຍທ່ານ ແລະ ໃນນັ້ນ ມີຫຼາຍທ່ານໄດ້ເນັ້ນໜັກວ່າ ຂໍ້ຕົກລົງສັນຕິພາບຢູ່ ຢູແກຼນ ບໍ່ອາດສາມາດດຳເນີນ ໂດຍບໍ່ມີການເຂົ້າຮ່ວມຂອງບັນດາປະເທດ ເອີຣົບ ຊື່ງແມ່ນບັນດາປະເທດໄດ້ອຸປະຖຳ ໃຫ້ແກ່ ຢູແກຼນ ມາເປັນໄລຍະຍາວ.

ນັກຂ່າວ VOV ປະຈຳ ອາເມລິກາ