ສະໜາມຫຼວງຢູ່ ສປປ.ເກົາຫຼີ (ພາບ: AFP/Getty) |
ເວັບໄຊຂອງບໍລິສັດການທ່ອງທ່ຽວ ອັງກິດ Koryo Tours, ທີ່ມີສຳນັກງານຕັ້ງຢູ່ ປັກກິງ ປະເທດ ຈີນ ຫາກໍ່ປະກາດວ່າ ເມື່ອວັນທີ 13 ກຸມພາ, ພາລະກອນຂອງບໍລິສັດນີ້ ໄດ້ໄປຍັງ Rason, ນະຄອນຊາຍແດນ ທາງທິດຕາເວັນຕົກສ່ຽງເໜືອ ສປປ.ເກົາຫຼີ ເພື່ອສຳຫຼວດບັນດາສະຖານທີ່ທ່ອງທ່ຽວໃໝ່.ນີ້ແມ່ນຄັ້ງທຳອິດທີ່ພາລະກອນຂອງບໍລິສັດທ່ອງທ່ຽວຕ່າງປະເທດມາ ສປປ.ເກົາຫຼີ ໃນຂອບເຂດ “ການເດີນທາງພິເສດສະຫງວນໃຫ້ແກ່ພາລະກອນ” ຍ້ອນວ່າ ສປປ.ເກົາຫຼີ ຍັງບໍ່ທັນໄດ້ເປີດປະຕູຢ່າງສົມບູນ ສຳລັບແຂກທ່ອງທ່ຽວ ນັບແຕ່ເກີດໂລກລະບາດໂຄວິດ 19 ເມື່ອປີ 2020.
ການເດີນທາງເພື່ອແນໃສ່ປຶກສາຫາລືກັບບັນດາຄູ່ຮ່ວມມື ກໍ່ຄືສຳຫຼວດສະຖານທີ່ທ່ອງທ່ຽວໃໝ່ ແລະ ຊອກຮູ້ທຸກຂໍ້ມູນອັບເດັດສຳຄັນກ່ຽວກັບການທ່ອງທ່ຽວຢູ່ ສປປ.ເກົາຫຼີ. ບໍລິສັດທ່ອງທ່ຽວ Koryo ຫວັງວ່າ ໃນຊຸມອາທິດຕໍ່ໄປຈະສາມາດໄດ້ຮັບການກຳນົດ ກ່ຽວກັບການເປີດປະຕູນະຄອນ Rason ໃຫ້ແຂກສາກົນສາມາດມາທ່ອງທ່ຽວ.
