ທ່ານນາງ Francesca Albanese ທູດພິເສດຂອງ ສປຊ (ພາບ: TTXVN)

ວັນທີ 6 ກຸມພາ, ທ່ານນາງ Francesca Albanese ທູດພິເສດຂອງ ສປຊ ກ່ຽວກັບບັນດາເຂດດິນແດນຂອງປາແລັດສະຕິນທີ່ຖືກຢຶດຄອງ ໄດ້ຕຳໜິຕິຕຽນຂໍ້ຕົກລົງຂອງອິດສະລາແອັນກ່ຽວກັບເລື່ອງປະເທດນີ້ຖອນຕົວອອກຈາກສະພາສິດທິມະນຸດຂອງ ສປຊ. ຕາມທ່ານນາງ Francesca Albanese ແລ້ວ, ນີ້ແມ່ນຂໍ້ຕົກລົງທີ່ “ຮ້າຍແຮງທີ່ສຸດ”. ທ່ານນາງ Francesca Albanese ໄດ້ຍົກອອກການຖະແຫຼງນີ້ພາຍຫຼັງທີ່ທ່ານລັດຖະມົນຕີການຕ່າງປະເທດ ອິດສະລາແອັນ Gideon Saar ໃຫ້ຮູ້ວ່າ ປະເທດນີ້ໄດ້ແຈ້ງໃຫ້ສະພາສິດທິມະນຸດ ສປຊ ຮັບຊາບກ່ຽວກັບເລື່ອງຖອນຕົວອອກຈາກອົງການນີ້. ໃນຈົດໝາຍທີ່ສົ່ງໄປທ່ານ ປະທານ Jorg Lauber ຜູ້ນຳໜ້າຂະແໜງການຕ່າງປະເທດ ອິດສະລາແອັນ ໄດ້ອະທິບາຍວ່າ ການຕັດສິນນີ້ໄດ້ຍົກອອກມາຍ້ອນບັນດາອະຄະຕິຕ້ານອິດສະລາແອັນນັບແຕ່ 2006.