ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ເຮັດວຽກກັບທ່ານ Amandeep Singh Gill ຮອງເລຂາທິການໃຫຍ່, ທູດພິເສດຂອງເລຂາທິການໃຫຍ່ສປຊ ກ່ຽວກັບເຕັກໂນໂລຢີ (ພາບ: VOV) |
ວັນທີ 5 ກຸມພາ, ຢູ່ສຳນັກງານສປຊ ຢູ່ນະຄອນ ນິວຢອກ (ອາເມລິກາ), ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຮັດວຽກກັບທ່ານ Amandeep Singh Gill ຮອງເລຂາທິການໃຫຍ່, ທູດພິເສດຂອງເລຂາທິການໃຫຍ່ສປຊ ກ່ຽວກັບເຕັກໂນໂລຢີ.
ໂດຍຕີລາຄາສູງວິໄສທັດ ແລະ ນະໂຍບາຍຊີ້ຂາດທີ່ມີລັກສະນະບຸກທະລຸ, ທ່ານຮອງເລຂາທິການໃຫຍ່ ສປຊ Amandeep Singh Gill ສະແດງຄວາມປະທັບໃຈກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບມືກັບສິ່ງທ້າທາຍ ແລະ ໝູນໃຊ້ໂອກາດເພື່ອບັນລຸໄດ້ບັນດາບາດກ້າວໃຫຍ່ໃນການນະວັດຕະກຳ, ການຫັນເປັນດີຈີຕອນ, ປັນຍາປະດິດ (AI) ແລະ ການຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ. ດ້ວຍບັນດາສູນຄົ້ນຄ້ວາ ແລະ ການໝູນໃຊ້ AI ຂອງ ຫວຽດນາມນອນໃນ Top 20 ສູນແຖວໜ້າໂລກນອກຈາກຈີນ, ທ່ານ Amandeep Singh Gill ຢັ້ງຢືນວ່າ ຫວຽດນາມບໍ່ພຽງແຕ່ແມ່ນແບບຢ່າງທີ່ດີກ່ຽວກັບການພັດທະນາເຕັກໂນໂລຢີເທົ່ານັ້ນຫາກຍັງມີຄວາມສາມາດກາຍເປັນເສົາຮ່ວມມືສຳຄັນ ຊ່ວຍຍົກສູງຄວາມສາມາດດ້ານ AI ໃຫ້ແກ່ບັນດາປະເທດພວມພັດທະນາ, ທ່ານປາດຖະໜາຢາກໃຫ້ຫວຽດນາມ ສືບຕໍ່ສວມບົດບາດຕັ້ງໜ້າຢູ່ບັນດາກົນໄກກຸ່ມນັກວິທະຍາສາດ ແລະ ການໂອ້ລົມສົນທະນາກ່ຽວກັບການຄຸ້ມຄອງ AI ຂອງ ສປຊ.
ສ່ວນທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ ແລະ ຮັບຟັງບັນດາຄຳປຶກສາຂອງສປຊ ແລະ ສ່ວນຕົວທ່ານຮອງເລຂາທິການໃຫຍ່, ທ່ານສະໜັບສະໜູນຂໍ້ລິເລີ່ມ ນຳຫວຽດນາມກາຍເປັນເສົາຮ່ວມມື ກ່ຽວກັບການຫັນເປັນດີຈີຕອນ ແລະ AI, ທ່ານປາດຖະໜາຢາກໃຫ້ ສປຊ ຊຸກຍູ້ການຫັນຂໍ້ລິເລີ່ມນີ້ໃຫ້ປະກົດຜົນເປັນຈິງ. ຫວຽດນາມ ພ້ອມແລ້ວທີ່ຈະເສີມຂະຫຍາຍບົດບາດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາເຫດການ, ວິວັດການປຶກສາຫາລືສຳຄັນຂອງ ສປຊ ກ່ຽວກັບ ການຫັນເປັນດີຈີຕອນ, ການຄຸ້ມຄອງ AI.

