ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ຢູ່ ນິວຢອກ (ພາບເອກະສານ: THX/TTXVN)

ໃນວັນທີ 12 ກຸມພາ, ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ. ເມື່ອລາຍງານຕໍ່ສະພາຄວາມໝັ້ນຄົງກ່ຽວກັບບັນດາການຜັນແປຫຼ້າສຸດໃນພູມສາດຕົວຈິງ, ທ່ານ Geir Pedersen ທູດພິເສດ ສປຊ ຮັບຜິດຊອບກ່ຽວກັບຊີຣີ ໄດ້ໃຫ້ຮູ້ວ່າ ການນຳຊົ່ວຄາວ ຊີຣີ ທ່ານ Ahmad Al-Sharaa ໄດ້ຍົກອອກບັນດາຄຳໝັ້ນສັນຍາ, ແຕ່ກໍ່ເນັ້ນໜັກວ່າ ປະຊາຊົນ ຊີຣີ ພວມລໍຄອຍການກະທຳທີ່ລະອຽດ ແລະ ເປັນຮູບປະທຳ.

ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ສະພາບການຄວາມໝັ້ນຄົງຢູ່ ຊີຣີ ໃນປັດຈຸບັນ ມີຄວາມບອບບາງທີ່ສຸດ ໃນສະພາວະທີ່ການປະທະກັນຍັງຄົງເກີດຂຶ້ນຢູ່ເຂດຕາເວັນອອກສ່ຽງເໜືອຂອງປະເທດນີ້ ແລະ ບັນດາການບຸກໂຈມຕີທາງອາກາດທີ່ກໍ່ຄວາມອັນຕະລາຍຕໍ່ສາມັນຊົນ ແລະ ພື້ນຖານໂຄງລ່າງ ຍັງສືບຕໍ່ດຳເນີນ. ທູດພິເສດ ສປຊ ຮຽກຮ້ອງໃຫ້ບັນດາການນຳຊົ່ວຄາວ ຊີຣີ ສົ່ງເສີມວິວັດທະນາການສ້າງຄະນະລັດຖະບານໃຫ້ສົມບູນແບບຢ່າງກວມລວມ, ໃນນັ້ນ ມີທັງການຮັບປະກັນດ້ານອຳນາດກົດໝາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຈັດການເລືອກຕັ້ງທີ່ໂປ່ງໃສ ແລະ ຍຸຕິທຳ. ທ່ານກໍສະເໜີໃຫ້ບັນດາປະເທດທີ່ລົງໂທດ ຊີຣີ ພິຈາລະຈາໃຫ້ການຜ່ອນຜັນບາງຂໍ້ຈຳກັດສຳລັບບັນດາຂົງເຂດສຳຄັນຂອງ ຊີຣີ ເປັນຕົ້ນແມ່ນ ພະລັງງານ ແລະ ການເງິນ.