(ພິທີສະເຫຼີມສະຫຼອງ 236 ປີແຫ່ງວັນໄຊຊະນະ ງອັກໂຮ່ຍ - ດົງດາ)

ຕອນຄ່ຳວັນທີ 02 ກຸມພາ, ຢູ່ສວນສາທາລະນະວັດທະນະທຳ ດົງດາ, ນະຄອນ ຮ່າໂນ້ຍ, ໄດ້ຈັດພິທີສະເຫຼີມສະຫຼອງ 236 ປີແຫ່ງວັນໄຊຊະນະ ງອັກໂຮ່ຍ - ດົງດາ (1789 – 2025), ຈາລຶກຄຸນງາມຄວາມດີອັນໃຫຍ່ຫຼວງຂອງນັກວິລະຊົນທີ່ມາຈາກປະຊາຊົນ ກວາງຈູງ - ຫງວຽນເຫ້ວ, ພ້ອມກັບນາຍ ແລະ ທະຫານ ໄຕເຊີນ ແລະ ປະຊາຊົນຍຸກນັ້ນທີ່ໄດ້ຕໍ່ສູ້ຕ້ານສັດຕູຈາກທາງທິດເໜືອເຂົ້າມາຮຸກຮານຢ່າງພິລະອາດຫານ, ປົກປັກຮັກສາພື້ນຖານເອກະລາດຂອງຊາດ.

ປີນີ້, ງານບຸນໄດ້ຈັດຂຶ້ນເປັນເວລາ 3 ວັນ, ແຕ່ວັນທີ 02 – 04 ກຸມພາ, ດ້ວຍການເຄື່ອນໄຫວຫຼາຍຢ່າງ, ຄື: ພິທີຈູດທູບໄຕ້ທຽນ, ພິທີແຫ່ວໍ; ສະແດງການຟ້ອນສິງໂຕ, ມັງກອນ; ແນະນຳສິລະປະພື້ນເມືອງ…

“ງານບຸນສະເຫຼີມສະຫຼອງນີ້ໄດ້ທົບທວນຄືນປະຫວັດສາດ ເພື່ອໃຫ້ລູກຫຼານຮ່ຳຮຽນຕາມ ແລະ ຈົດຈຳຮູບພາບຂອງເຈົ້າຊີວິດ ກວາງຈູງ ແລະ ໄຊຊະນະ ງອັກໂຮ່ຍ - ດົງດາ”.

“ໄຊຊະນະ ງອັກໂຮ່ຍ - ດົງດາ ແມ່ນໄຊຊະນະເລີດລ້ຳຂອງຊາດ ຫວຽດນາມ. ໂດຍເປັນນັກຮຽນຜູ້ໜຶ່ງ, ນ້ອງຄິດວ່າ ລຸ້ນໜຸ່ມຕ້ອງຮ່ຳຮຽນຫຼາຍກວ່າກ່ຽວກັບປະຫວັດສາດ ເພື່ອຈົດຈຳບຸນຄຸນຂອງບັນດານັກຮົບວິລະຊົນຂອງຊາດ”.