(ບຸນເຕັດປະຊາຄົມ)

ຕອນຄ່ຳວັນທີ 17 ກຸມພາ (ຕາມເວລາທ້ອງຖິ່ນ), ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດບຸນເຕັດປະຊາຄົມຢູ່ສຳນັກງານປົກຄອງນະຄອນຫຼວງ ປາຣີ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕ່ວານທັງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມເຂົ້າໃນອະນາຄົດຂອງ ຫວຽດນາມ, ກໍຄືຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນ ຫວຽດນາມ - ຝລັ່ງ.

ທີ່ພິທີ, ທ່ານນາງ Marie-Christine Lemardeley, ຮອງເຈົ້າຄອງນະຄອນ ປາຣີ, ຢືນຢັນວ່າ:

“ປີ 2025 ນີ້, ພວກເຮົາຈະເພີ່ມທະວີການຮ່ວມມື ເພື່ອພ້ອມກັນຊອກຫາມາດຕະການແກ້ໄຂບັນດາສິ່ງທາຍໃຫຍ່ຂອງຍຸກສະໄໝ. ພວກຂ້າພະເຈົ້າປາດຖະໜາສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ໃນຂອບເຂດເຄືອຂ່າຍບັນດານະຄອນໃຫຍ່ໃນໂລກ (C40) ເພື່ອມຸ່ງໄປເຖິງບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດດ້ວຍການປະດິດຄິດສ້າງ ແລະ ຍືນຍົງ”.