ລາຍການສະແດງສິລະປະພົ້ນເດັ່ນທີ່ມີຫົວຂໍ້ “ກວຽນຍາຍ - ສະຫວ່າງສະເຫວີຍເຂດມໍລະດົກ” (ພາບ: VOV)

ພິທີໄຂດ້ວຍລາຍການສະແດງສິລະປະພົ້ນເດັ່ນທີ່ມີຫົວຂໍ້ “ກວຽນຍາຍ - ສະຫວ່າງສະເຫວີຍເຂດມໍລະດົກ”, ດ້ວຍການເຂົ້າຮ່ວມຂອງນັກຮ້ອງ, ນັກສະແດງ, ນັກສິລະປະ, ຖັນແຖວສິລະປະມະຫາຊົນເປັນຈຳນວນຫຼວງຫຼາຍ. ທ່ານນາງ ເລື່ອງທິຢວຽນ, ຮອງປະທານຄະນະກຳມະການປະຊາຊົນເມືອງ, ຮອງຫົວໜ້າຄະນະຈັດຕັ້ງ ສັບປະດາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ເມືອງ ກວຽນຍາຍ ໃຫ້ຮູ້ວ່າ:

ຜ່ານສັບປະດາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ເມືອງໂຄສະນາບັນດາສີສັນວັດທະນະທຳບັນດາເຜົ່າໃນບໍລິເວນເມືອງ. ຜ່ານນັ້ນ ກໍ່ຢາກໂຄສະນາກ່ຽວກັບພາບພົດການທ່ອງທ່ຽວໄປຍັງແຂກທ່ອງທ່ຽວ, ຈາກນັ້ນແຂກທ່ອງທ່ຽວຈະຮູ້ຈັກເຖິງເມືອງ ກວຽນຍາຍຫຼາຍກ່ວາ.

ສັບປະດາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເມືອງ ກວຽນຍາຍ ໄດ້ດຳເນີນແຕ່ວັນທີ 7 ກຸມພາ ຫາວັນທີ 9 ກຸມພາ ເຊິ່ງມີຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວທີ່ພົ້ນເດັ່ນ.