ທ່ານປະທານາທິບໍດີຊົ່ວຄາວ ຊີຣີ Ahmed Al-Sharaa (ພາບ: Reuters)

ວັນທີ 12 ກຸມພາ, ຫ້ອງວ່າການປະທານາທິບໍດີ ຊີຣີ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ປະເທດນີ້, Ahmed Al-Sharaa ໄດ້ເນັ້ນໜັກເຖິງສາຍພົວພັນຍຸດທະສາດອັນແໜ້ນແຟ້ນກັບ ລັດເຊຍ ໃນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin. ທ່ານປະທານາທິບໍດີ ຊີຣີ Ahmed Al – Sharaa ຢັ້ງຢືນມີສາຍພົວພັນຍຸດທະສາດຢ່າງແໜ້ນແຟ້ນກັບ ລັດເຊຍ, ກໍຄືການເປີດອົກເປີດໃຈຂອງ ຊີຣີ ຕໍ່ກັບທຸກຝ່າຍ, ເພື່ອຜົນປະໂຫຍດຂອງປະຊາຊົນ ຊີຣີ, ພ້ອມທັງປັບປຸງຄວາມໝັ້ນຄົງຂອງ ຊີຣີ.

ສ່ວນຕາມວັງ Kremlin ແລ້ວ, ທ່ານປະທານາທິບໍດີ Vladimir Putin ຊົມເຊີຍທ່ານປະທານາທິບໍດີ Ahmed Al – Sharaa ທີ່ປະຕິບັດສຳເລັດການແກ້ໄຂບັນດາໜ້າທີ່ເຊິ່ງຄະນະການນຳໃໝ່ຂອງປະເທດຕ້ອງປະເຊີນໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນ ຊີຣີ; ພ້ອມທັງ ເນັ້ນໜັກເຖິງຫຼັກໝັ້ນຂອງ ລັດເຊຍ ໃນການສະໜັບສະໜູນຄວາມເປັນເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ.

ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທຳອິດ ລະຫວ່າງການນຳສອງປະເທດ, ນັບແຕ່ເມື່ອທ່ານອະດີດປະທານາທິບໍດີ ຊີຣີ Bashar Al Assad ຖືກໂຄ່ນລົ້ມໃນວັນທີ 8 ທັນວາ 2024. ໃນການໂອ້ລົມທາງໂທລະສັບ, ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຮັກສາບັນດາຊ່ອງທາງຕິດຕໍ່ພົວພັນ ແລະ ພັດທະນາການຮ່ວມມືສອງຝ່າຍໃນອະນາຄົດ.

ມິງໂງ, ນັກຂ່າວ VOV ປະຈຳ ອີຢິບ