ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Sultan Bachtiar Najamudin ປະທານສະພາຜູ້ແທນທ້ອງຖິ່ນ ອິນໂດເນເຊຍ (ພາບ: TTXVN) |
ນະທີ່ນີ້, ທ່ານປະທານ Sultan Bachtiar Najamudin ຢັ້ງຢືນວ່າ ໃນຖານະຂອງຕົນ, ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ໃນນັ້ນ ມີການແບ່ງປັນບົດຮຽນປະສົບການຕິດຕາມການເຄື່ອນໄຫວຂອງລັດຖະບານ ແລະ ຍູ້ແຮງການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ.
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານນາງປະທານສະພາປຶກສາການເມືອງປະຊາຊົນ ອິນໂດເນເຊຍ Ahmad Muzani (ພາບ: TTXVN) |
ກໍໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍໄດ້ໃຫ້ການຕ້ອນຮັບທ່ານປະທານສະພາປຶກສາການເມືອງປະຊາຊົນ ອິນໂດເນເຊຍ Ahmad Muzani.
ນີ້ແມ່ນການເຄື່ອນໄຫວສຸດທ້າຍໃນການຢ້ຽມຢາມທາງລັດຖະກິດ ຢູ່ ອິນໂດເນເຊຍ, ຢ້ຽມຢາມ ຄະນະເລຂາ ອາຊຽນ (ແຕ່ວັນທີ 9 – 11 ມີນາ) ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ.


