ວັນທີ 11 ກຸມພາ, ຢູ່ ຮ່າໂນ້ຍ, ສະຖາບັນຄົ້ນຄວ້າການພັດທະນາເຂດພາກແບບຍືນຍົງ (ສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ); ສະຖາປັນຄົ້ນຄວ້າເສດຖະກິດ ແລະ ໂຄງການນະໂຍບາຍທົ່ວໂລກ ສ.ເກົາຫຼີ; ມະຫາວິທະຍາໄລ Korea (ສ.ເກົາຫຼີ) ສົມທົບກັນຈັດກອງປະຊຸມສຳມະນາ “ຊຸກຍູ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ຊັບພະຍາກອນພະລັງງານໃນວິວັດການເປີດປະຕູ ແລະ ປະຕິຮູບເສດຖະກິດຂອງ ຫວຽດນາມ”. ກອງປະຊຸມເພື່ອແນໃສ່ຕີລາຄາຄວາມສາມາດບົ່ມຊອນ, ສິ່ງທ້າທາຍ ແລະ ສະເໜີມາດຕະການແກ້ໄຂຂອງການພັດທະນາ ໃນສະພາບການເຊື່ອມໂຍງສາກົນ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບການພັດທະນາແບບຍືນຍົງຢູ່ບັນດາປະເທດ ພາຍຫຼັງການປະຕິຮູບ ແລະ ເປີດປະຕູ, ພ້ອມກັນນັ້ນ, ສະເໜີບັນດາມາດຕະການແກ້ໄຂຊຸກຍູ້ການເຕີບໂຕແບບຍືນຍົງໃນສະພາບການໃໝ່. ບັນດາຜູ້ແທນກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ເພີ່ມທະວີປະສິດທິຜົນການລົງທຶນ ແລະ ປົວແປງຄວາມສາມາດແກ່ງແຍ້ງໃນສະພາບການໃໝ່.