ກ່າວຄຳເຫັນທີ່ການປະຊຸມຂ່າວກ່ຽວກັບນະໂຍບາຍເງິນຕາຂອງພາກພື້ນ Eurozone ຢູ່ Frankfurt, ປະເທດ ເຢັຍລະມັນ, ທ່ານນາງ Christine Lagarde, ປະທານ ECB, ໃຫ້ຮູ້ວ່າ:
ມື້ນີ້, ສະພາບໍລິຫານໄດ້ອອກຄຳຕັດສິນຫລຸດອັດຕາດອກເບັ້ຍຕົ້ນຕໍຂອງ ECB ລົງ 25 ຄະແນນພື້ນຖານ. ລະອຽດຄື ຂໍ້ຕົກລົງຫລຸດອັດຕາດອກເບັ້ຍເງິນຝາກໄດ້ຍົກອອກມາ ອີງຕາມການຕີລາຄາທີ່ໄດ້ອັບເດັດກ່ຽວກັບແງ່ຫວັງໄພເງິນເຟີ້, ກຳລັງໜູນຂອງໄພເງິນເຟີ້ພື້ນຖານ ແລະ ກຳລັງແຮງຂອງການໂຄສະນາບັນດານະໂບຍາຍເງິນຕາ.
ນີ້ແມ່ນການຫລຸດອັດຕາດອກເບັ້ຍຄັ້ງທີ 5 ຂອງ ECB ນັບແຕ່ເດືອນມິຖຸນາປີ 2024 ແລະ ຕະຫຼາດມີຄວາມຄາດຫວັງຈະມີການຫລຸດອັດຕາດດອກເບັ້ຍຕື່ມອີກ 2, 3 ເທື່ອໃນປີນີ້.
