ວັນທີ 17 ມັງກອນ, ສານສູງສຸດ ອາເມລິກາ ໄດ້ອອກຄຳຕັດສິນ ຮັກສາຄຳສັ່ງຫ້າມ TikTok ເຊິ່ງສະພາແຫ່ງຊາດຮັບຮອງເອົາ ແລະ ປະທານາທິບໍດີ Joe Biden ເຊັນອະນຸມັດໃນເດືອນເມສາປີກາຍ. ເປັນອັນວ່າ ວັນທີ 19 ມັງກອນ,TikTok ຂຶ້ນກັບກຳມະສິດຂອງບໍລິສັດແມ່ ByteDance ຢູ່ ຈີນ ຈະຖືກຫ້າມຢູ່ ອາເມລິກາ ແລະ ຄຳສັ່ງຫ້າມນີ້ຈະຜົນສະທ້ອນເຖິງກວ່າ 170 ລ້ານຄົນທີ່ພວມນຳໃຊ້ຢູ່ ອາເມລິກາ.