ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພາຍຫຼັງ ທີ່ ຫວຽດນາມ ບູລະນະບັນດາຕຳແໜ່ງການນຳລັດຢ່າງສົມບູນແບບໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI. ພ້ອມດຽວກັນນັ້ນ, ການຢ້ຽມຢາມປະເທດ ຈີນ ຄັ້ງນີ້ ກໍແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.
ການຢ້ຽມຢາມແມ່ນການເຄື່ອນໄຫວພົວພັນຕ່າງປະເທດສອງຝ່າຍທີ່ສຳຄັນທີ່ສຸດລະຫວ່າງສອງພັກ, ສອງລັດ ຫວຽດນາມ ແລະ ຈີນ ໃນປີນີ້, ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃນໄລຍະໃໝ່ໃຫ້ເລິກເຊິ່ງກວ່າອີກ.
ກຳນົດຍຸດທະສາດສາຍພົວພັນ ຫວຽດນາມ - ຈີນ ໃນໄລຍະໃໝ່
ປີ 2026 ແມ່ນປີເລີ່ມຕົ້ນໄລຍະປະຕິບັດການວາງແຜນຜັງພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ 15 ຂອງ ຈີນ (2026 – 2030) ດ້ວຍຫຼາຍເປົ້າໝາຍໃຫຍ່. ໃນຂະນະນັ້ນ, ຫວຽດນາມ ທັງດຳເນີນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ການເລືອກຕັ້ງສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນຊຸດໃໝ່ (2026 – 2031), ບູລະນະກົງຈັກການນຳແຫ່ງລັດຢ່າງສົມບູນແບບ, ກ້າວເຂົ້າສູ່ສັງກາດໃໝ່. ດັ່ງນັ້ນ, ເລື່ອງການນຳສູງສຸດຂອງສອງພັກ ແລະ ສອງລັດພົບປະກັນ, ແລກປ່ຽນກ່ຽວກັບກຳນົດທິດຍຸດທະສາດໃຫ້ແກ່ສາຍພົວພັນສັງລວມລະຫວ່າງສອງປະເທດ ແມ່ນມີຄວາມໝາຍສຳຄັນທີ່ສຸດ. ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ:
“ບົນພື້ນຖານບັນດາກຳນົດທິດໃຫຍ່, ສອງຝ່າຍຈະສືບຕໍ່ສ້າງບັນດາບາດກ້າວບຸກທະລຸໃໝ່ໃນບັນດາຂົງເຂດຮ່ວມມືທີ່ແທດຈິງ, ນຳມາເຊິ່ງບັນດາຜົນປະໂຫຍດອັນເປັນລະອຽດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດສອງຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ການສຶກສາບຳລຸງສ້າງ, ນະວັດຕະກຳ. ນີ້ແມ່ນບັນດາຂົງເຂດເຊິ່ງໃນໄລຍະຜ່ານມາ, ພວກເຮົາເຫັນວ່າໄດ້ມີການພັດທະນາຢ່າງກະໂດດຂັ້ນ. ຄັ້ງນີ້, ສອງຝ່າຍຈະມີການແລກປ່ຽນລົງເລິກລະອຽດ ເພື່ອແກ້ໄຂບັນດາຂໍ້ຕິດຄັດ, ຄວາມຫຍຸ້ງຍາກ ເພື່ອສືບຕໍ່ສ້າງບັນດາກຳລັງໜູນໃໝ່”.
ໃນຂະນະນັ້ນ, ທ່ານສາດສະດາຈານ ຈຸຍຈ້ຽນ, ມະຫາວິທະຍາໄລຊົນເຜົ່າສູນກາງ ຈີນ, ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມທາງລັດຖະກິດຢູ່ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຄັ້ງນີ້ ແມ່ນເໜືອກວ່າຂອບເຂດການຢ້ຽມຢາມໂດຍທົ່ວໄປ, ຊີ້ໃຫ້ເຫັນການພົວພັນລະຫວ່າງສອງພັກ, ສອງລັດໄດ້ກ້າວເຂົ້າສູ່ໄລຍະປະຫວັດສາດໃໝ່, ເຂົ້າສູ່ລວງເລິກ ແລະ ຢູ່ໃນລະດັບສູງກວ່າ:
“ໃນການຢ້ຽມຢາມຄັ້ງນີ້, ກົນໄກບັນດາການພົບປະປະຈຳໄລຍະປະໃນແຕ່ລະປີນັ້ນ ໃນເບື້ອງຕົ້ນໄດ້ຮັບການສ້າງຕັ້ງຂຶ້ນແລ້ວ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນລະບອບລະບຽບການສາຍພົວພັນລະຫວ່າງ ຈີນ ແລະ ຫວຽດນາມ, ລະຫວ່າງພັກກອມມູນິດ ຈີນ ແລະ ພັກກອມມູນິດ ຫວຽດນາມ, ດ້ວຍຖານະແມ່ນສອງປະເທດ ແລະ ສອງພັກອ້າຍນ້ອງ, ໂດຍໄດ້ຮັບການສ້າງຕັ້ງໂດຍພື້ນຖານແລ້ວ. ຂ້າພະເຈົ້າຄິດວ່າ ນີ້ແມ່ນວິທີພັນລະນາໃໝ່ທີ່ສຳຄັນທີ່ສຸດກ່ຽວກັບສາຍພົວພັນລະຫວ່າງສອງປະເທດ. ຂ້າພະເຈົ້າຄິດວ່າ, ນີ້ກໍແມ່ນຂີດໝາຍທີ່ສຳຄັນກ່ຽວກັບສາຍພົວພັນລະຫວ່າງປະມຸກລັດ 2 ປະເທດ ບໍ່ພຽງແຕ່ມີຄວາມໝາຍຕໍ່ສາຍພົວພັນສອງຝ່າຍ ແລະ ພາກພື້ນເທົ່ານັ້ນ, ຫາກຍັງມີຄວາມໝາຍທົ່ວໂລກອີກດ້ວຍ”.
ເປີດການຮ່ວມມືຢ່າງເລິກເຊິ່ງ ແລະ ແທດຈິງກວ່າ
ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງ ຫວຽດນາມ - ຈີນ ມີບັນດາບາກດ້າວຫັນປ່ຽນໃໝ່, ຈະແຈ້ງ ແລະ ຮອບດ້ານກວ່າ, ມີຫຼາຍຈຸດເດັ່ນ, ພິເສດແມ່ນໃນຂົງເຂດຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ບັນດາການປະຕິຮູບຢ່າງແຮງ ແລະ ມີຄວາມຕັດສິນໃຈພັດທະນາໃນໄລຍະຜ່ານມາຂອງ ຫວຽດນາມ ພວມສົ່ງສັນຍານທີ່ຈະແຈ້ງກວ່າເຖິງບັນດານັກລົງທຶນຕ່າງປະເທດເວົ້າລວມ, ວິສາຫະກິດ ຈີນ ເວົ້າສະເພາະ, ກ່ຽວກັບປະເທດ ຫວຽດນາມ ບຸກທະລຸ ແລະ ເຊື່ອມໂຍງນັບມື້ນັບເລິກເຊິ່ງກວ້າງຂວາງ, ພ້ອມດ້ວຍຄວາມສາມາດບົ່ມຊ້ອນໃນຂົງເຂດຮ່ວມມືທີ່ເປີດກວ້າງ. ດັ່ງນັ້ນ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ນັບມື້ນັບປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຕັດສິນໃຈຂອງວົງການວິສາຫະກິດ ຈີນ. ທ່ານ ອຸຍແຢະຈູງ ປະທານທັງເປັນເລຂາທິການໃຫຍ່ບໍລິສັດໃຫ້ຄຳປຶກສາ CETC Think Tank, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຕັ້ງຄວາມຫວັງຫຼາຍຢ່າງຕໍ່ການຢ້ຽມຢາມຄັ້ງນີ້. ດຽວນີ້, ນັບມື້ນັບມີຫຼາຍສາຂາບໍລິສັດຂອງພວກຂ້າພະເຈົ້າຢາກລົງທຶນເຂົ້າ ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບ ຫວຽດນາມ. ພວກຂ້າພະເຈົ້າໄດ້ກຳນົດຈຸດສຸມການເຄື່ອນໄຫວໃນຊຸມປີຈະມາເຖິງແມ່ນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ພິເສດ ແມ່ນ ຫວຽດນາມ. ພວກຂ້າພະເຈົ້າກໍມີແຜນການຈະພາບັນດາບໍລິສັດມາ ສຳຫຼວດຢູ່ ຫວຽດນາມ ໃນປີນີ້ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ”.
ການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຄັ້ງນີ້ ບໍ່ພຽງແຕ່ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງທີ່ມີລັກສະນະພິທີການເທົ່ານັ້ນ, ຫາກຍັງແມ່ນບາດກ້າວເດີນທີ່ມີຄວາມໝາຍຍຸດທະສາດໃນການກຳນົດທິດອະນາຄົດສາຍພົວພັນ ຫວຽດນາມ - ຈີນ ອີກດ້ວຍ. ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມືຢ່າງແທດຈິງ ແລະ ຄວບຄຸມຄວາມບໍ່ລົງລອຍກັນຢ່າງມີປະສິດທິຜົນ ເຊິ່ງສະແດງໃຫ້ເຫັນວ່າ ສອງປະເທດພວມມານະພະຍາຍາມຮັກສາວົງໂຄຈອນທີ່ມີສະຖຽນລະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນີ້ບໍ່ພຽງແຕ່ແມ່ນພື້ນຖານໃຫ້ແກ່ການພັດທະນາສອງຝ່າຍເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມດຸ່ນດ່ຽງຍຸດທະສາດໃນພາກພື້ນ./.
