ວັນ​ທີ 12 ເມ​ສາ, ສັນ​ຕະ​ປະ​ປາ Leo XIV ສະ​ແດງ​ຄວາມເຫັນ​ອົກ​ເຫັນ​ໃຈ​ຕໍ່​ກັບ​ປະ​ຊາ​ຊົນ ລີ​ບັງ, ໃຫ້​ຮູ້​ວ່າ ຕ້ອງ​ມີ​ພັນ​ທະ​ຄຸນ​ສົມ​ບັດ​ເພື່ອ​ປົກ​ປ້ອງ​ເຂົາ​ເຈົ້າ, ພ້ອມ​ກັນ​ນັ້ນ ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ປ​ະ​ກັນ​ຊອກ​ຫາ​ສັນ​ຕິ​ພາບ.

ຄຳ​ກ່າວ​ປາ​ໄສ​ຂອງ​ຂອງ ສັນ​ຕະ​ປະ​ປາ Leo XIV ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ທີ່​ບັນ​ດາ​ການ​ບຸກ​ໂຈມ​ຕີ​​ຂອງ ອິດ​ສະ​ຣາ​ແອັນ ແນ​ໃສ່ ລີ​ບັງ ເພີ່ມ​ຂຶ້​ນໃນ​ຊຸມມື້​ມໍ່ໆ​ມານີ້, ພິ​ເສດ​ແມ່ນ​ພາຍ​ຫຼັງ​ການ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ພາຍ​ຫຼັງ​ທີ່ ອາ​ເມ​ລິ​ກາ ແ​ລະ ອີ​ຣານ ບັນ​ລຸ​ຄຳ​ສັ່ງ​ຢ​ຸດ​ຍິງ, ເຮັດ​ໃຫ້​ມີ 300 ຄົນ​ເສຍ​ຊີ​ວິດ. ສັນ​ຕະ​ປະ​ປາ Leo XIV ໃຫ້​ຮູ້​ວ່າ ຫຼັກ​ການມ​ະ​ນຸດ​ສະ​ທຳ​ໃນມະ​ໂນ​ທຳ​ຂອງ​ແຕ່​ລະ​ຄົນ, ຜູ້​ທີ່​ໄດ້​ຮັບ​ຮູ້​ຈາກ​ກົດ​ໝາຍ​ສາ​ກົນ, ຕ້ອງ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ເພື່ອ​ປົກ​ປ້ອງ​ສາ​ມັນ​ຊົນ​ໃຫ້​ພົ້ນ​ອອກ​ຈາກ​ບັນ​ດາ​ຜົນ​ຮ້າຍ​ທີ່​ຮ້າຍ​ກາດ​ຂອງ​ສົງ​ຄາມ.