ພາຍຫຼັງການນັບບັດໃນເບື້ອງຕົ້ນ, ການນຳຝ່າຍຄ້ານ ຮຸງກາຣີ ທ່ານ Peter Magyar, ຍາດໄດ້ໄຊຊະນະຄັ້ງປະຫວັດສາດໃນການເລືອກຕັ້ງສະພານິຕິບັນຍັດຕໍ່ພັກຂອງທ່ານນາຍົກລັດຖະມົນຕີ Viktor Orban.
ຕາມຄະນະກຳມະການເລືອກຕັ້ງ ຮຸງກາຣີ ແລ້ວ, ດ້ວຍບັດເລືອກຕັ້ງທີ່ໄດ້ນັບສ່ວນຫຼາຍນັ້ນ, ພັກຝ່າຍຄ້ານ Tisza ໄດ້ນຳໜ້າໃນການປ່ອນບັດ ດ້ວຍກວ່າ 53% ຈຳນວນບັດ, ພັກ Fidesz ຂອງທ່ານນາຍົກລັດຖະມົນຕີ Orban ຢືນອັນດັບທີ 2 ດ້ວຍປະມານກວ່າ 38% ບັດເລືອກຕັ້ງ. ໃນຕອນຄ່ຳວັນທີ 12 ເມສາ, ທ່ານ Peter Magyar, ການນຳພັກ Tisza ໄດ້ແຈ້ງໃນສື່ສັງຄົມສ່ວນຕົວຂອງທ່ານນາຍົກລັດຖະມົນຕີ Viktor Orban ວ່າໄດ້ໂທລະສັບອວຍພອນທ່ານກ່ຽວກັບໝາກຜົນດັ່ງກ່າວ.
ໂດຍແມ່ນສະມາຊິກຂອງສະຫະພາບ ເອີລົບ (ອີຢູ), ເປັນຫຼາຍຄັ້ງ ລັດຖະບານຂອງທ່ານ Viktor Orban ໄດ້ຄັດຄ້ານບັນດາຂໍ້ຕົກລົງຂອງກຸ່ມກ່ຽວກັບມາດຕະການລົງໂທດຕໍ່ ລັດເຊຍ ແລະ ສະກັດກັ້ນການໜູນຊ່ວຍຂອງ ອີຢູ ຈຳນວນໜຶ່ງທີສະຫງວນໃຫ້ແກ່ ຢູແກຼນ ນັບແຕ່ເມື່ອການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນ.
