ວັນທີ 12 ເມສາ, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ແລະ ທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ ມີການໂອ້ລົມທາງໂທລະສັບ, ແລກປ່ຽນກ່ຽວກັບສະພາບການຢູ່ຕາເວັນອອກກາງ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຊຸກຍູ້ມາດຕະການດ້ານການເມືອງ - ການທູດ ເພື່ອແນໃສ່ແກ້ໄຂການປະທະກັນຢູ່ພາກພື້ນ. 2 ຝ່າຍຢືນຢັນຄືນໃໝ່ຄວາມປາດຖະໜາຢາກເພີ່ມທະວີການພົວພັນ 2 ຝ່າຍ ລັດເຊຍ - ອີຣານ ຫຼາຍກວ່າ.
ວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອີຣານ ໄດ້ແບ່ງປັນການຕີລາຄາຈຳນວນໜຶ່ງກ່ຽວກັບການເຈລະຈາລະຫວ່າງ ອີຣານ - ອາເມລິກາ ໃນວັນທີ 11 ເມສາ ຢູ່ ປາກິດສະຖານ; ພ້ອມກັນນັ້ນ ກໍ່ຮັບຮູ້ຫຼັກໝັ້ນຂອງ ລັດເຊຍ ຢູ່ບັນດາເວທີປາໄສສາກົນໃນການຊຸກຍູ້ການຫຼຸດຜ່ອນຄວາມເຄັ່ງຕຶງ. ທ່ານ Masoud Pezeshkian ກໍ່ຂອບໃຈ ລັດເຊຍ ກ່ຽວກັບການໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ອີຣານ.
ກ່ຽວກັບຝ່າຍ ລັດເຊຍ, ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ ປະເທດນີ້ພ້ອມແລ້ວທີ່ຈະມານະພະຍາຍາມຊອກຫາມາດຕະການດ້ານການເມືອງ - ການທູດ, ມຸ່ງໄປເຖິງພື້ນຖານສັນຕິພາບຢ່າງຍຸຕິທຳ ແລະ ຍືນຍົງຢູ່ຕາເວັນອອກກາງ.
